ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດນາຍົກລັດຖະມົນຕີ ຟ້າມວັນດົ່ງ

ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດນາຍົກລັດຖະມົນຕີ ຟ້າມວັນດົ່ງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຖະຫວາຍທູບທຽນ
ອາໄລຫານາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ)

(vovworld) - ວັນ​ທີ 1/3, ຢູ່​ເຂດ​ອະນຸສອນ​ສະຖານ ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ ຢູ່​ຕາ​ແສງ ​ເດິກ​ເຕີນ, ​ເມືອງ ​ໂມ້​ເດິກ, ​ແຂວງ ກວາງ​ຫງາຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ (1/3/1906-1/3/2016). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ​ການ​ນຳ​ຫຼາຍ​ທ່ານ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ທ່ານ ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ ​ແມ່ນ​ການ​ນຳ​ຜູ້​ປີ​ຊາ​ສາມາດ, ​ເປັນ​ນັກ​ທິດ​ສະ​ດີ​ທີ່​ດີ​ເດັ່ນ, ​ເປັນ​ນັກ​ການ​ທູດ​ທີ່​ມີ​ປະສົບ​ການ​ຫຼາຍ, ​ເປັນ​ນັກ​ວັດທະນະທຳ​ໃຫຍ່​ຂອງ​ປະ​ເທດ​ຊາດ ​ແລະ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ, ຮັກ​ແພງ, ​ເຄົາລົບ​ນັບຖື​ຈາກ​ປະຊາຊົນ​ຫວຽດນາມ ກໍ່​ຄື​ເພື່ອນ​ມິດສາ​ກົນ. ທ່ານ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ທ່ານ ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ ​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ພັກ ​ແລະ ຊາດ ​ຫວຽດນາມ, ​ເພິ່ນ​ໄດ້​ນຳ​ເອົາ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ປີ​ຊາ​ສາມາດ ​ແລະ ພູມ​ປັນຍາ​ທັງ​ໝົດ​ຂອງ​ຕົນ​ມາ​ຮັບ​ໃຊ້​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ລັດທິ​ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ

        “​​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ຈົ່ງ​ສາມັກຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ສູ້​ຊົນ​ສ້າງສາ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ. ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ, ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ປະທານ ​ໂຮ່ຈີ​ມິນ, ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ ​ແລະ ບັນດາ​ຜູ້​ນຳ​ລຸ້ນກ່ອນ “

ຂ່າວ/ບົດ​ອື່ນ