(vovworld) - ວັນທີ 1/10, ຢູ່ຮ່າໂນ້ຍ, ສູນວັດທະນະທຳສ.ເກົາຫຼີ ສັງກັດສະຖານທູດສ.ເກົາຫຼີ ໄດ້ປະກາດບັນດາເຫດການທີ່ຈະຈັດຕັ້ງໃນຊຸມເດື່ອນທ້າຍປີ 2012 ນີ້, ມຸ່ງໄປເຖິງການສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ (12/1992 – 12/2012). ຫົວໜ້າສູນວັດທະນາທຳສ.ເກົາຫຼີ, ທ່ານ Park Nark Jong ໃຫ້ຮູ້ວ່າ ໃນປີ 2012 ນີ້, ສູນວັດທະນະທຳສ.ເກົາຫຼີ, ສະຖານທູດສ.ເກົາຫຼີ ແລະ ບັນດາອົງການລັດຖະບານ, ບັນດາອົງການຈັດຕັ້ງທ້ອງຖິ່ນພ້ອມກັບປະຊາຊົນສອງປະເທດ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະທີ່ມີຫຼາຍຮູບຫຼາຍແບບ ເພື່ອສ້າງບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍໃນປີມິດຕະພາບຫວຽດນາມ - ສ.ເກົາຫຼີ 2012. ຈຸດສຸມຂອງການເຄື່ອນໄຫວແມ່ນຖືກຈັດຂຶ້ນໃນເດືອນ 10 ດ້ວຍຫຼາຍເຫດການມຸ່ງໄປເຖິງປະຊາຊົາທຸກຊັ້ນວັນນະ. ເປີດສາກແມ່ນການສະແດງດົນຕີກຼາດຊິກຢູ່ຮ່າໂນ້ຍ ຂອງນັກສິລະປີນ Sumi Jo. ງານມະໂຫລານຟິມຮູບເງົາສ.ເກົາຫຼີ ຈະດຳເນີນໄປແຕ່ວັນທີ 18 – 24/10 ຢູ່ນະຄອນໂຮ່ຈິມິນ ແລະ ແຕ່ວັນທີ 6 – 8/12 ຢູ່ຮ່າໂນ້ຍ. ອັດປີມິດຕະພາບສ.ເກົາຫຼີ - ຫວຽດນາມ ຈະຈັດການສະແດງວັດທະນະທຳພິເສດຢູ່ຮ່າໂນ້ຍ ເພື່ອສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ.