ສະເຫຼີມສະຫຼອງ 20 ປີແຫ່ງວັນອ່າວຫ້າລອງໄດ້ຮັບການຮັບຮອງແມ່ນມໍລະດົກທຳມະຊາດໂລກ

ສະເຫຼີມສະຫຼອງ 20 ປີແຫ່ງວັນອ່າວຫ້າລອງໄດ້ຮັບການຮັບຮອງແມ່ນມໍລະດົກທຳມະຊາດໂລກ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກ່າວ​ຄຳ​ເຫັນທີ່​ພິ​ທີ​

(vovworld)- ຕອນ​ຄ່ຳ​ວັນ​ທີ 1/11, ຢູ່​ນະ​ຄອນ​ຫ້​າລອງ ແຂວງ ກວາງ​ນິງ, ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ອ່າວ​ຫ້າ​ລອງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ​ນາງ ວູ້​ທິ​ທູ​ຖີ ຮອງ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ເນັ້ນ​ໜັກ​ວ່າ ​ອ່າວ​ຫ້າ​ລອງ​ ບໍ່​ພຽງ​ແຕ່​ແມ່ນ​ມໍ​ລະ​ດົກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນພິເສດ ແລະ ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ທ່ານ​ນາງ ວູ້​ທິ​ທູ​ຖີ ຮອງ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນິງ ໃຫ້​ຮູ້​ວ່າ :

   “ ໃນ​ຊຸມ​ປີ​ຕໍ່ໆ​ໄປ, ແຂວງກວາງ​ນິງ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ ແນ​ໃສ່​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ ​ອ່າວ​ຫ້າ​ລອງ​; ເພີ່ມ​ທະ​ວີ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ໃຫ້​ແກ່​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເພື່ອ​ໃຫ້ ​ອ່າວ​ຫ້າ​ລອງ​​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ແຂກ​ທ່ອງ​ທ່ຽວ, ແມ່ນ​ສູນ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ ແລະ ສາ​ກົນ ”

ຂ່າວ/ບົດ​ອື່ນ