ສະ​ເຫຼີ​ມ​ສະຫຼອງ 25 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ ອາ​ເມ​ລິ​ກາ​ ປະ​ຈ​ຳ ​ຮ່າ​ໂນ້ຍ

(VOVWORLD) -     ຕອນຄ່ຳວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ສະຖານທູດ ອາເມລິກາປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມການຄ້າ ອາເມລິກາ ປະຈຳຮ່າໂນ້ຍ (Amcham) ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມການຄ້າ ອາເມລິກາ ຢູ່ຮ່າໂນ້ຍ ແລະ 25 ປີແຫ່ງການຫັນການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ - ອາເມລິກາເປັນປົກກະຕິ (1994 - 2019). 
ສະ​ເຫຼີ​ມ​ສະຫຼອງ 25 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ ອາ​ເມ​ລິ​ກາ​ ປະ​ຈ​ຳ ​ຮ່າ​ໂນ້ຍ - ảnh 1ທ່ານ Wilbur L Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ (ພາບ: TTXVN) 

ທ່ານ Wilbur L Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ ພ້ອມກັບຄະນະປະຕິບັດງານ, ບັນດາເຈົ້າໜ້າທີ່ລັດຖະບານ ແລະ ບັນດາຜູ້ອຳນວຍການຝ່າຍບໍລິຫານທີ່ມາຈາກ 17 ບໍລິສັດແຖວໜ້າຂອງ ອາເມລິກາເຂົ້າຮ່ວມພິທີ. ກ່າວຄຳເຫັນທີ່ພິທີ, ທ່ານ Wilbur L Ross ຖືວ່າ ໃນປັດຈຸບັນ, ສຳລັບບັນດາວິສາຫະກິດ ອາເມລິກາ, ເລື່ອງຊຸກຍູ້ການພັດທະນາການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ. ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ, ການຄ້າສອງສົ້ນ ຫວຽດນາມ - ອາເມລິກາ ບັນລຸໄດ້ກ່ວາ 60 ຕື້ USD ແລະ ມີບາດກ້າວເຕີບໂຕຢ່າງເປັນໜ້າປະທັບໃຈ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າບັນດາວິສາຫະກິດ ແຖວໜ້າຂອງ ອາເມລິກາ ໃນການປະຕິບັດງານ ຢູ່ ຫວຽດນາມໃນຄັ້ງນີ້, ສອງປະເທດຈະບັນລຸໄດ້ບາດກ້າວພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ