ທ່ານ Sim Sokhom, ຫົວໜ້າສະຖານກົງສູນລາຊະອານາຈັກກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ
|
(vovworld) - ຕອນເຊົ້າວັນທີ 6/1, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງງານພົບປະສ້າງສັນສະເຫຼີມ ສະຫຼອງ 36 ປີ ແຫ່ງໄຊຊະນະໃນສົງຄາມປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ ແລະ ພ້ອມກັບທະຫານ, ປະຊາຊົນກຳປູເຈຍສະເຫຼີມສະຫຼອງໄຊຊະນະລະບອບດັບສູນເຊື້ອຊາດ (7/1/1979-7/1/2015). ກ່າວຄຳເຫັນນະພິທີ, ທ່ານ Sim Sokhom, ຫົວໜ້າສະຖານກົງສູນລາຊະອານາຈັກກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ, ຊີ້ແຈ້ງວ່າ:
“ພິທີສະເຫຼີມສະຫຼອງໃນມື້ນີ້, ເພື່ອຫວນຄືນເຫດການປະຫວັດສາດທີ່ມີຄວາມໝາຍສຳຄັນທີ່ສຸດ, ນັ້ນແມ່ນໄຊຊະນະລວມຂອງສອງຊາດກຳປູເຈຍ ແລະ ຫວຽດນາມ. ບັນດາຜົນງານທີ່ປະຊາຊົນກຳປູເຈຍ ຍາດມາໄດ້ແມ່ນບໍ່ສາມາດຕັດແຍກອອກຈາກການຊ່ວຍເຫຼືອອັນລຳ້ຄ່າຂອງລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມໄດ້. ຈາກນັ້ນສາມາດຢືນຢັນໄດ້ວ່າ, ບໍ່ມີໃຜສາມາດເສກສັນປັ້ນແຕ່ງປະຫວັດສາດ, ພິເສດແມ່ນຄວາມໝັ້ນຄົງຂອງນຳ້ໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ ແລະກຳປູເຈຍ “.
ທີ່ພິທີ, ບັນດາຜູ້ແທນກໍ່ຢືນຢັນວ່າ, ວັນທີ 7/1/1979 ແມ່ນຂີດໝາຍແຫ່ງນຳ້ໃຈສາມັກຄີສາກົນທີ່ບໍລິສຸດ, ແຫ່ງນຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດກຳປູເຈຍ - ຫວຽດນາມ ດ້ວຍເລື່ອງນຳປະເທດກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຂອງລະບອບ Ponpot Ieng Sary, ເພື່ອກ້າວເຂົ້າສູ່ສັງກາດໃໝ່.