ສະເຫຼີມສະຫຼອງ 37 ປີແຫ່ງວັນໝູ່ເກາະ ເຈືອງຊາ ໄດ້ຮັບການປົດປ່ອຍ
ເກາະ ຊອງຕີືໄຕ - ເມືອງເກາະເຈືອງຊາ - ແຂວງແຄ໋ງຮ່ວາແຫ່ງສ.ສ ຫວຽດນາມ
(ພາບ:vietnames.com)
|
Vovworld- ຕອນບ່າຍວັນທີ 7/4 ຢູ່ຕາແສງເກາະ ຊອງຕີືໄຕ - ເມືອງເກາະ ເຈືອງຊາທີ່ຂຶ້ນກັບແຂວງ ແຄ໋ງຮ່ວາ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 37 ປີແຫ່ງວັນໝູ່ເກາະ ເຈືອງຊາ ໄດ້ຮັບການປົດປ່ອຍ( 29/4/1975 – 29/4/2012). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານພົນຕີ ດາວຢຸຍມິນ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໄດ້ຢືນຢັນວ່າ ບັນດາໄຊຊະນະທີ່ພາໄປເຖິງການປົດປ່ອຍໝູ່ເກາະ ເຈືອງຊາ ອີກເທື່ອໜຶ່ງໄດ້ເປັນການຢັ້ງຢືນການເຕີບໃຫຍ່ເຂັ້ມແຂງກໍຄືຄວາມສາມາດສູ້ຮົບບົນທະເລ, ໝູ່ເກາະຂອງກອງທັບເຮືອຫວຽດນາມ. ໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ, ໃນນັ້ນມີອະທິປະໄຕໝູ່ເກາະ ເຈືອງຊາ ເວົ້າສະເພາະ ໃນໄລຍະປະຈຸບັນ ແມ່ນໜັກໜ່ວງທີ່ສຸດ ແຕ່ມີຄວາມສະຫງ່າລາສີ. ໃນນັ້ນຕ້ອງສຸມທຸກຄວາມມານະພະຍາຍາມເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ໄຫຼ່ທະວີບຂອງປະເທດຊາດ, ແກ້ໄຂທຸກໆສະພາວະການຢ່າງມີປະສິດທິຜົນ, ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.