ສະເຫຼີມສະຫຼອງ 40 ປີ ແຫ່ງຫວຽດນາມເຂົ້າຮ່ວມ Olympic ເລກຄະນິດສາກົນ

ສະເຫຼີມສະຫຼອງ 40 ປີ ແຫ່ງຫວຽດນາມເຂົ້າຮ່ວມ Olympic ເລກຄະນິດສາກົນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ຫວຽດນາມ​ເຂົ້າ​ຮ່ວມ Olympic ​ເລກ​ຄະນິດ​ສາກົນ
(ພາບ: dantri.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ສະມາຄົມ​ເລກ​ຄະນິດ​ຫວຽດນາມ ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ຫວຽດນາມ​ເຂົ້າ​ຮ່ວມ Olympic ​ເລກ​ຄະນິດ​ສາກົນ (1974-2014).

ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ຢືນຢັນ​ວ່າ, ບັນດາ​ຜົນງານ​ກ່ຽວ​ກັບ​ເລກ​ຄະນິດ​ຂອງ​ຫວຽດນາມ ​ໄດ້​​ເປັນການ​ຢັ້ງຢືນ​ທີ່​ຕັ້ງຂອງ​ຕົນ​ຢູ່​ໃນ​ໂລກ; ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ​ພັດທະນາ ​ແລະ ປັບປຸງ​ລະບົບ​ໂຮງຮຽນ​ລົງ​ເລິກ​ໃນ​ທົ່ວ​ປະ​ເທດ. ຜົນງານ​ຂອງ​ບັນດາ​ຄະນະ​ນັກຮຽນ​ເຂົ້າ​ຮ່ວມ Olympic ​ເລກ​ຄະນິດ​ສາກົນ, ກໍ່​ເປັນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ​ ສ້າງ​ບັນດາ​ລາຍການ​ພັດທະນາ​ເລກ​ຄະນິດ.

ພວກ​ເຮົາ​ໄດ້​ມີ​ລະບົບ​ໂຮງຮຽນ​ລົງ​ເລິກ. ພ້ອມ​ກັບ​ລະບົບ​ໂຮງຮຽນ​ລົງ​ເລິກ​ພວກ​ເຮົາ​ໄດ້​ມີ​ຮູບ​ແບບກ່ອນ ​ແລະ ພາຍຫຼັງ​ການ​ເສັງ Olympic ​ເລກ​ຄະນິດ​. Olympic ​ເລກ​ຄະນິດ​ ​ແມ່ນ​ຈຸດ​ສູງ​​ໃນ​ການເຂົ້າ​ຮ່ວມ​ການ​ສອບ​ເສັງກັບ​ສາກົນ, ​ແຕ່​ກ່ອນ​ Olympic ​ເລກ​ຄະນິດ ແມ່ນ​ລະບົບ​ໂຮງຮຽນ​ລົງ​ເລິກ ​ແລະ ຫຼັງ​ Olympic ​ເລກ​ຄະນິດ, ແມ່ນ​ລາຍການ​ເລກ​ຄະນິດ​ຂັ້ນ​ສູງ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເລກ​ຄະນິດ​ຂັ້ນ​ສູງ. ປະຈຸ​ບັນ​ວິວັດ​ທັງ​ສາມນີ້ຈະ​ເຊື່ອມ​ຕໍ່ນຳ​ກັນ. ການ​ກະກຽມ​ຢ່າງ​ມີ​ລະບົບ​ຈະ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ທີ່​ສຸດ ​ແລະ ມີ​ລັກສະນະ​ໝັ້ນຄົງ​ໃຫ້​ແກ່​ການ​ພັດທະນາ​ເລກ​ຄະນິດ​ຂອງ​ຫວຽດນາມ “.

ຂ່າວ/ບົດ​ອື່ນ