ສະເຫຼີມສະຫຼອງ 40 ປີແຫ່ງວັນທ່ານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ

ສະເຫຼີມສະຫຼອງ 40 ປີແຫ່ງວັນທ່ານ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ​ທ່ານ Fidel Castro ຜູ້ນຳ​ກູ​ບາ​ມາຢ້ຽມຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ
(ພາບ:nhandan.com.vn)

(Vovworld-) ຕອນ​ຄ່ຳ​ວັນ​ທີ 19/9, ຢູ່​ນະຄອນ ດົງ​ຮ່າ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຈິ, ກະຊວງ​ການ​ຕ່າງປະ​ເທດ, ສະຫະພັນບັນດາອົງການ ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ-ກູ​ບາ ​ແລະ ສະຖານທູດ​ກູ​ບາ​ປະຈຳ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ​ທ່ານ Fidel Castro ຜູ້ນຳ​ກູ​ບາ​ມາຢ້ຽມຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ 15/9/1973 – 15/9/2013. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຢືນຢັນ​ວ່າ ທ່ານ​ປະທານ Fidel Castro ​ແມ່ນ​ເພື່ອນ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ, ​ເປັນ​ປະມຸກ​ລັດ​ຊາວ​ຕ່່າງປະ​ເທດ​ຄົນ​ທຳ​ອິດ​ໄດ້​ມາ​ຢ້ຽມຢາມ​ເຂດ​ສະໜາມຮົບ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ປົດ​ປ່ອຍ. ນີ້​ເປັນ​ແຫຼ່ງລະດົມ​ກຳລັງ​ໃຈ​ຢ່າງ​ໃຫຍ່ຫຼວງທີ່​ມີ​ຕໍ່​ຫວຽດນາມ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອກະ​ພາບ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ເນັ້ນໜັກວ່າ: 

   “ ພວກເຮົາໄດ້ທົບທວນຄືນມູນເຊື້ອປະຫວັດສາດໃນວັນນີ້ ເພື່ອຢືນຢັນ ນະໂຍບາຍຢ່່າງສະເໝີຕົ້ນ ສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ກູ​ບາ​ກໍ​ຄື​ບັນດາ​ປະ​ເທດເພື່ອ​ນມິດທີ່​ມີ​ການ​ພົວພັນ​ມາ​ແຕ່​ດົ​ນນານ, ຖື​ນັ້ນ​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ແນວ​ທາງ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຕັ້ງໜ້າ​​ເປັນ​ເຈົ້າ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ປະຈຸ​ບັນ. ຫວຽດນາມ​ປັບປຸງ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່​ດີງາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທ້​ຈິງ, ນຳ​ມາ​ເຊິ່ງປະສິດທິ​ຜົນຢ່າງ​ແທດ​ຈິງ​ໃຫ້​ແກ່​ພາລະກິດ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ” . 

ຂ່າວ/ບົດ​ອື່ນ