ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍແຂວງແຄ໋ງຮ່ວາ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 02/04, ຢູ່ນະຄອນຍາຈາງ, ແຂວງແຄ໋ງຮ່ວາ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ (02/04/1975 – 02/04/2015). ວັນທີ 02/04/1975, ແຂວງແຄ໋ງຮ່ວາ ໄດ້ຮັບການປົດປ່ອຍ ແລະ ໃນຕະຫຼອດ 40 ປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນພາຍໃນແຂວງ ໄດ້ເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຮ່ວມແຮງຮ່ວມໃຈກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ. ປີ 2014, ລາຍຮັບງົບປະມານຂອງແຂວງບັນລຸເກືອບ 15.500 ຕຶ້ດົງ; ວົງເງິນສົ່ງອອກບັນລຸກວ່າ 1,2 ຕຶ້ USD; ຮັບປະກັນຊີວິດສັງຄົມ… ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂງວັນຢຸ, ກຳມະການກົມການເມືອງ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ໄດ້ສະເໜີໃຫ້ທ້ອງຖິ່ນ ຕ້ອງສຸມໃສ່ເສີມຂະຫຍາຍທ່າແຮງພັດທະນາເສດຖະກິດທະເລ.
“ບົນພື້ນຖານບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ແຂວງແຄ໋ງຮ່ວາ ຕ້ອງລະດົມ, ນຳໃຊ້ແຫ່ຼງກຳລັງຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ. ປ່ຽນໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ລົງທຶນພາກລັດ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງໃນການພັດທະນາເສດຖະກິດຂອງແຂວງ. ເອົາໃຈໃສ່ເສີມຂະຫຍາຍທ່າແຮງເສດຖະກິດທະເລ ແລະ ບັນດາທ່າກໍ່າປັ່ນຄື: ຍາຈາງ, ກາມແຣງ ແລະ ໃນອະນາຄົດແມ່ນທ່າກໍ່າປັ່ນໃຫຍ່ເວີນຟອງ. ສຸມໃສ່ພັດທະນາບັນດາຂົງເຂດທ່ອງທ່ຽວ, ການບໍລິຫານຢ່າງແຮງ ແລະ ມີປະສິດທິຜົນກວ່າ ຕາມທິດສີວິໄລ, ທັນສະໄໝ ຕິດພັນກັບການເສີມຂະຫຍາຍມູນເຊື້ອ ແລະ ສີສັນວັດທະນະທຳຂອງຊາດ”.