ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນທຽນ​ເຍີນ
ເຂົ້າຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VCCI
(ພາບ: dddn.com.vn)


(vovworld) - ​​ ວັນ​ທີ 26/04, ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ຄື​ວັນ​ທີ 27/04/1963 – 27/04/2013, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນທຽນ​ເຍີນ ​ເນັ້ນ​ໜັກ​ວ່າ VCCI ສືບ​ຕໍ່​ຕິດຕາມ​ຢ່າງ​ໃກ້ຊິດທິດ​ທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ໃນ​ການພັດທະນາ​ວິ​ສາ​ຫະກິດ, ພັດທະນາ​ເສດຖະກິດ, ສ້າງສາ ​ແລະ ພັດທະນາ​ຖັນ​​ແຖວ​ນັກທຸລະກິດ​ຫວຽດນາມ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຄຽງ​ຂ້າງນັ້ນ, VCCI ຕ້ອງ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄວ​ເປັນ​ສານາ​ທິການ​ໃຫ​້​ແກ່​ພັກ ​ແລະ ລັດ ກ່ຽວ​ກັບ​ບັນດາ​ບັນຫາ​ພັດທະນາ​ເສດຖະກິດ, ສັງຄົມ, ວິ​ສາ​ຫະກິດ, ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ​ຂະ​ແໜງຕ່າງໆ, ບັນດາ​ເຂດ​ໃນ​ທົ່ວ​ປະ​ເທດ, ​ໃນ​ເລື່ອງ​ປະກາດ​ບັນດາ​ນະ​ໂຍບາຍ​ກ່ຽວກັບ​ການພັ​ດທະນາ​ເສດຖະກິດ ​ແລະ ວິ​ສາ​ຫະກິດ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີ ຫງວຽນທຽງ​ເຍີນ ກໍ​ຮຽກຮ້ອງ​ໃຫ້ VCCI ສືບ​ຕໍ່​ເຂົ້າ​ຮ່ວມ​ກັບ​ບັນດາ​ອົ​ງການ​ລັດຖະບານ ​ໃນ​ເລື່ອງ​ຊຸ​ກຍູ້​ການ​ປະຕິ​ຮູບ​ລະບຽບ​ການບໍລິການ, ປົວ​​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ແກ່ງ​ແຍ້​ງ, ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ​ແລະ ​ເຊື່ອມ​ໂຫຍ​ງ​ເຂົ້າ​ກັບ​ສາກົນ.

ຂ່າວ/ບົດ​ອື່ນ