ສະເຫຼີມສະຫຼອງ 59 ປີແຫ່ງວັນປົດປ່ອຍນະຄອນຫຼວງ ແລະ ຍ້ອງຍໍສັນລະເສີນວຽກດີຄົນເດັ່ນ

ສະເຫຼີມສະຫຼອງ 59 ປີແຫ່ງວັນປົດປ່ອຍນະຄອນຫຼວງ ແລະ ຍ້ອງຍໍສັນລະເສີນວຽກດີຄົນເດັ່ນ - ảnh 1
ພົນລະເມຶອງດີເດັ່ນຂອງນະຄອນ ໄດ້ຮັບໃບຍ້ອງຍໍ
(ພາບ: Huy Nam)

(vovworld) – ຕອນ​ເຊົ້າ​ວັນ​ທີ 10/10, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ຮ່າ​ໂນ້ຍ​ໄດ້​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 59 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ (10/10/1954 – 10/10/2013), ຍ້ອງຍໍ​ສັນລະ​ເສີນ​ບັນດາ​ແບບຢ່າງ​ຮຳ່ຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ ​ໂຮ່ຈີ​ມິນ, ວຽກ​ດີ​ຄົນ​ເດັ່ນ​, ພົນລະ​ເມືອງ​ນະຄອນຫຼວງທີ່ດີ​ເດັ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ​ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ​ເນ​ັ້ນໜັກ​ວ່າ: ການ​ເຕີບ​ໂຕ 9 ​ເດືອນ​ຕົ້ນ​ປີ​ຂອງ ຮ່າ​ໂນ້ຍ ບັນລຸ 7,88%, CPI ​ເພີ່ມ​ຂຶ້ນ​ປະມານ 6%, ​ໄພ​ເງິນ​ເຟີ້​ໄດ​້ຄວບ​ຄຸມ, ກຳລັງ​ພາຍ​ໃນ​ຂອງ​ນະຄອນຫຼວງ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ແຮງ​ຜ່ານ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ. ທ່ານ ຫງວຽນ​ເທ໋ຖາວ ຢືນຢັນ​ວ່າ:

“ຜົນງານ​ດັ່ງກ່າວ​ເລີ່​ມມາ​ຈາກ​ນ້ຳ​ໃຈ​ສາມັກຄີ, ການ​ອອກ​ແຮງ​ງານ​ຢ່າງ​ມີຫົວຄິດ​ປະດິດ​ສ້າງ, ການ​ສຸ້ຊົນ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ຂອງ​ພະນັກງານ, ສະມຊິກ​ພັກ, ຂອງ​ພໍ່​ແມ່​ປະຊາຊົນ, ນັກຮົບ​ນະຄອນຫຼວງ ລຸ້ນຕ່າງ​ໆ. ຈິດ​ໃຈ ​ແລະ ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ນັ້ນ​ໄດ້​ຮັບ​ການເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ແຮງ​ຜ່ານ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ໂດ​ຍປະທານ ​ໂຮ່ຈີ​ມິນ ​ປຸກລະດົມ ​ແລະ ພັກ​ກອມ​ມູນິດ ຫວຽດນາມ ​ເອົາ​ໃຈ​ໃສ່​ຊີ້​ນຳນຳພາ, ​ເພີ່ມ​ພຸ​ນຄຸນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ”

ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ນະຄອນ ຮ່າ​ໂນ​້ຍ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ພົນ​ລະ​ເມືອງ​ນະຄອນຫຼວງ​ທີ່​ດີ​ເດັ່ນ 10 ຄົນ ​ແລະ ຍ້ອນ​ຍໍ​ຊົມ​ເຊີຍ​ກ່ວາ 1000 ​​ໝູ່​ຄະນະ, ບຸ​ກຄົນ​ວຽກ​ດີຄົນເດັ່ນ.

 

ຂ່າວ/ບົດ​ອື່ນ