(vovworld) – 60 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ທະນາຍຄວາມລຸ້ນຕ່າງໆໄດ້ສູ້ຊົນ, ຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ແລະ ເຕີບໃຫຍ່ພ້ອມກັບການພັດທະນາຂອງປະເທດ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ມາຮອດປະຈຸບັນ, ສະມາຄົມທະນາຍຄວາມຫວຽດນາມ ໄດ້ຜ່ານກອງປະຊຸມໃຫຍ່ 12 ຄັ້ງ, ອົງການຈັດຕັ້ງສະມາຄົມໄດ້ມີໜ້າຢູ່ 63 ແຂວງ, ນະຄອນ. ມາຮອດປະຈຸບັນສະມາຄົມມີສະມາຊິກ 46.000 ກວ່າຄົນທີ່ພວມເຄື່ອນໄຫວໃນຂົງເຂດກົດໝາຍ. ດ້ວຍທິດນຳທີ່ວ່າ “ສາມັກຄີ, ປະຊາທິປະໄຕ, ມີຫົວຄິດປະດິດສ້າງ, ແລະ ພັດທະນາ“, ສະມາຄົມທຸກຂັ້ນ ແລະ ສະມາຊິກ ສະມາຄົມທະນາຍຄວາມຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ມີກນປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄວາມເຫັນໃນພິທີ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມທະນາຍຄວາມຫວຽດນາມ, ເຊິ່ງດຳເນີນຢູ່ຮ່າໂນ້ຍ, ໃນຕອນເຊົ້າວັນທີ 4/4, ຜູ້ປະຈຳການຄະນະເລຂາສູນກາງພັກ ເລຮົ່ງແອງ ຕີລາຄາສູງບັນດາຜົນງານເຊິ່ງ ສະມາຄົມທະນາຍຄວາມຫວຽດນາມ ບັນລຸໄດ້ໃນ 60 ປີຜ່ານມາ, ພ້ອມທັງສະເໜີວ່າ ສະມາຄົມທະນາຍຄວາມຫວຽດນາມ ຄວນເສີມຂະຫຍາຍມູນເຊື້ອຂອງຕົນ, ຈັດຕັ້ງການເຄື່ອນໄຫວແທດຈິງ, ລະອຽດຫຼາຍຢ່າງ ເພື່ອກໍ່ສ້າງສະມາຄົມໃຫ້ພັດທະນາຢ່າງຮອບດ້ານ, ສະມາຊິກແຕ່ລະຄົນຕ້ອງແມ່ນພົນລະເມືອງທີ່ເປັນແບບຢ່າງ, ກ້າຫານໃນການຕໍ່ສູ້ປົກປ້ອງຄວາມຍຸດຕິທຳ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ.