ສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ-ຈີນ

ສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ຫວຽດນາມ-ຈີນ - ảnh 1
(ພາບປະກອບຈາກ TTXVN)

(vovworld) - ວັນ​ທີ 17/1, ສະຖານ​ທູດ ຫວຽດນາມ ປະຈຳ ຈີນ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຢ່າງ​ສົມ​ກຽດ​ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ (18/1/1950 – 18/1/2014). ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ ຫງວຽນ​ວັນ​ເທີ ຢັ້ງຢືນ​ວ່າ: ​ໃນ​ສະພາບ​​ພາກ​ພື້ນ ​ແລະ​ ​ໂລກ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ສັບສົນ​​ໄດ້ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ ແຕ່ລະ​ປະ​ເທ​ດນັ້ນ, ຍາມ​ໃດ​ຫວຽດນາມ ກໍ່ຖື​ເປັນ​ສຳຄັນ​ການ​ພັດທະນາ​ການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ, ຖື​ນີ້​ແມ່ນ​ບັນດາ​ບຸລິມະສິດ​ຍຸດ​ທະ​ສາດ​ອັນ​ດັບ​ໜຶ່ງ ​ແລະ ​ແມ່ນ​ແນ​ວທາ​ງການ​ຕ່າງປະ​ເທດ​ຢ່າງ​ສະ​​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ​ຂອງ​ຕົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວັງ​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ 2 ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ຈະ​ສືບ​ຕໍ່​ພັດທະນາ​ຖືກ​ທິດ ​ແລະ ໝັ້ນ​ຂົງ. ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ຫງວຽນ​ວັນ​ເທີ ຢືນຢັນ​ວ່າ.

    “ພວກ​ເຮົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​​ເຫັນ​ວ່າ ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ. ຈີນ ສືບ​ຕໍ່​ແມ່ນ​ຄູ່​ຄ້າ​ລາຍໃຫຍ່​ທີ​ສຸດ​ຂອງ​ຫວຽດນາມ ​ໃນ​ຕະຫຼອດ 9 ປີຜ່ານມາ, ດ້ວຍ​ວົງ​ເງິນການ​ຄ້າ 2 ຝ່າຍ​ໃນ​ປີ 2013 ບັນລຸ 50 ຕື້ USD. ພິ​ເສດ, ຜ່ານ​ບັນດາການ​ພົບ​ປະຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, 2 ຝ່າຍ​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ສຳຄັນ. ນີ້​ແມ່ນ​ໝາກຜົນທີ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ກຳນົດ​ທິດ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ໃນ​ອະນາຄົດ​”.

    ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫຼຽວ​ເຈີ​ນໝິນ ຖື​ວ່າ​: ​

“ຝ່າຍ ຈີນ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ຫວຽດນາມ, ຍາມ​ໃດ​ກໍ່ຖື ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ສຳຄັນ​ຂອງ​ຈີນ. ໃນ​ປີ​ຈະ​ມາ​ເຖິງ, ຈີນ ພ້ອມ​​​ແລ້ວ​ທີ່​ຈະ​ຮ່ວມກັບ ຫວຽດນາມ ຖືເອົາຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ເປັນ​ແກ່ນສານ, ຮັກສາ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ເພີ່ມ​ທະວີ​ການ​ຮ່ວມ​ມື​ແທດ​ຈິງ​ໃນ​ທຸກໆ​ຂົງ​ເຂດ, ແກ້​ໄຂ​ບັນຫາ​ທະ​ເລ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ​ແບບ​ສົດ​ໃສ, ມີສະຖຽນ​ລະ​ພາບ ແລະ ໝັ້ນຄົງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ 2 ປະ​ເທດ ຈີນ - ຫວຽດນາມຫຼາຍ ກ່ວາ​ອີກ.”

ຂ່າວ/ບົດ​ອື່ນ