ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 06 ກຸມພາ, ທີ່ຮ່າໂນ້ຍ, ກອງບັນຊາການກຳລັງພິທັກຮັກສາຈັດຕັ້ງພິທີພົບປະສັງສັນທີ່ເປັນມູນເຊື້ອ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ (16/02/1953 – 16/02/2018).
ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫລວດປະຊາຊົນ

 ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ກຳລັງພິທັກຮັກສາຕຳຫລວດປະຊາຊົນມີບົດບາດສຳຄັນພິເສດໃນແນວໂຮມປ້ອງກັນຄວາມສະຫງົບປອດໄພປະເທດຊາດ, ປ້ອງກັນພັກ, ລັດ, ປະຊາຊົນ ແລະ ລະບອບລັດທິສັງຄົມນິຍົມ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ກຳລັງຕຳຫລວດປະຊາຊົນໃນບໍ່ວ່າສະພາບການໃດໆ ກໍ່ຕ້ອງຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມໃຫ້ໝັ້ນຄົງ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເງື່ອນໄຂສະດວກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

        ແລະກໍ່ໃນພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະດັບຫຼຽນໄຊປ້ອງກັນປະເທດຊາດຊັ້ນ 3 ໃຫ້ກຳລັງພິທັກຮັກສາຕຳຫລວດປະຊາຊົນ.  


ຕອບກັບ

ຂ່າວ/ບົດ​ອື່ນ