ສະເຫຼີິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV
(ພິທີສະເຫຼິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV)
(vovworld) – ຕອນເຊົ້າວັນທີ 05/09, ຢູ່ສູນກະຈາຍສຽງແຫ່ງຊາດ, 58 ກ໋ວານຊື໋, ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດພິທີສະເຫຼິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV (07/09/1945 – 07/09/2014). ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ແລະ ບັນດາການນຳ, ອະດີດການນຳ VOV ຜ່ານບັນດາໄລຍະ, ຜູ້ຕາງໜ້າບັນດາຫົວໜ່ວຍທີ່ຂຶ້ນກັບ VOV, ພ້ອມກັບນັກຂ່າວ, ບັນນາທິການ, ນັກເຕັກນິກ ແລະ ພະນັກງານ, ນັກສິລະປີນໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
(ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ)
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ໄດ້ເນັ້ນໜັກວ່າ: VOV ໄດ້ຮັບການສ້າງຕັ້ງຂຶ້ນໃນສະພາບການພິເສດ ແລະ ໄດ້ສຳເລັດໜ້າທີ່ປະຫວັດສາດພິເສດ, ຕອບສະໜອງຄວາມປາດຖະໜາຂອງພັກ, ລັດ ແລະ ປະຊາຊົນ. ປະຈຸບັນ, VOV ໄດ້ກາຍເປັນອົງການສື່ສານດ້ວຍຫຼາຍຮູບການ, ກ້າວໜ້າ ແລະ ທັນສະໄໝ, ເປັນຫົວໜ່ວຍດຽວທີ່ມີ 4 ຮູບການສ່ືສານຄື: ກະຈາຍສຽງ, ໜັງສືພິມ, ໂທລະພາບ ແລະ ສື່ເອເລກໂຕນິກ. ປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ ແມ່ນທິດນຳພັດທະນາຂອງ VOV. ນອກຈາກການປ່ຽນໃໝ່ບັນດາລະບົບກະຈາຍສຽງ, ອອກອາກາດຊ່ອງ VOV ຄົມມະນາຄົມຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ປີນີ້, VOV ຈະຜັນຂະຫຍາຍຊ່ອງ VOV ຄົມມະນາຄົມແຫ່ງຊາດ; ຮີບເຮັ່ງກະກຽມໃຫ້ແກ່ການອອກອາກາດຊ່ອງໂທລະພາບສະພາແຫ່ງຊາດ ໃນເດືອນ 10 ຈະມາເຖິງ ແລະ ເພີ່ມອົງການ VOV ປະຈຳຢູ່ພາຍໃນ ແລະ ຕ່າງປະເທດຕື່ມອີກ… ກ່ຽວກັບແບບວິທີສື່ສານ, ຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ເນັ້ນໜັກວ່າ.
“ນອກຈາກບັນດາແບບວິທີສື່ສານທີ່ໄດ້ນຳໃຊ້ແລ້ວ, ພວກເຮົາພັດທະນາຕາມ 3 ທິດ, ມຸ່ງໄປສູ່ມະຫາຊົນ ແລະ ຖືມະຫາຊົນເປັນໃຈກາງ ແລະ ມຸ່ງໄປສູ່ຮາກຖານ, ມຸ່ງໄປສູ່ແບບວິທີສ່ືສານທີ່ກ້າວໜ້າ ແລະ ທັນສະໄໝ. ຢາກສ້າງລະບົບສື່ສານຫຼາຍຮູບການ ພວກເຮົາຕ້ອງພັດທະນາທຸກຮູບການຢ່າງແຮງ, ໃນນັ້ນຖືກະຈາຍສຽງເປັນຕົ້ນຕໍ, ແກ່ນສານ. ສ່ືເອເລກໂຕນິກ, ໂທລະພາບ ແມ່ນທ່າອ່ຽງພັດທະນາ, ມີລັກສະນະສົ່ງຜົນສະທ້ອນຢ່າງແຮງ ແລະ ວ່ອງໄວເຖິງມະຫາຊົນ ແລະ ໜັງສື່ພິມຮັກສາຄວາມໝັ້ນຄົງ. ເຮັດຄືແນວນັ້ນ ພວກເຮົາຈະມີລະບົບສືສານທີ່ຮັບໃຊ້ໃຫ້ມະຫາຊົນຢູ່ທຸກແຫ່ງ, ທຸກເວລາ ແລະ ຕອບສະຫນອງຄວາມຕ້ອງການຂອງບັນດາເປົ້າໝາຍທີ່ແຕກຕ່າງກັນໄດ້”.
ເນື່ອງໃນໂອກາດນີ້, ຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ໄດ້ປຸກລະດົມຂະບວນການແຂ່ງຂັນຄຳນັບຮັບຕ້ອນການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ VOV, ດ້ວຍຂະບວນການແຂ່ງຂັນ “ແບບຢ່າງ VOV”, “ປາກກາ VOV”, ສ້າງເຄື່ອງໝາຍໃຫ້ແກ່ VOV.