ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກຳລັງ ປະກອບອາວຸດມາເລເຊຍ
(ພາບປະກອບ)
(vovworld) - ຕອນຄໍ່າວັນທີ 23 ກັນຍາ, ສະຖານທູດມາເລເຊຍ ປະຈຳຮ່າໂນ້ຍ ໄດ້ຈັດງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດມາເລເຊຍ. ພົນໂທ ເຈືອງກວາງແຄ໋ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເຂົ້າຮ່ວມ. ທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງມາເລເຊຍ ປະຈຳຫວຽດນາມ Azmil Mohd Zabidi ຊີ້ແຈ້ງວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນ, ກຳລັງປະກອບອາວຸດມາເລເຊຍ ໄດ້ພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງທີ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ສັນຕິພາບ ແລະ ສະຖຽນລະພາບຂອງປະເທດຊາດ.
ໃນໄລຍະຫວ່າ 40 ປີຜ່ານມາ, ການພົວພັນລະຫວ່າງມາເລເຊຍ ແລະ ຫວຽດນາມ ບັນລຸໄດ້ບັນດາບາດກ້າວບຸກທະລຸໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການຄ້າ, ວັດທະນະທຳ, ການທ່ອງທ່ຽວ, ໂທລະຄົມ, ວິທະຍາສາດເຕັກນິກ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ການພົວພັນດ້ານປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດກໍ່ມີບາດກ້າວພັດທະນາເຂົ້າສູ່ລວງເລີກ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.