ສະເຫຼີມສະຫຼອງ 83 ປີ ແຫ່ງວັນສ້າງຕັ້ງແນວໂຮມ ເອກະພາບແຫ່ງຊາດຫວຽດນາມ
(ພາບ:vov )
(vovworld)- ຕອນເຊົ້າວັນທີ 18/11, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຫວຽດນາມ (18/11/1930 – 18/11/2013). ໃນສູນທອນພົດອ່ານທີ່ພິທີ, ທ່ານຫງວຽນທ້ຽນເຍິນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ໃນ 83 ປີຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ເຮັດລ້ອນພາລະກຳອັນສະຫງ່າລາສີຂອງຕົນ, ນັ້ນແມ່ນສາມັກຄີບັນດາກຳລັງຊົນເຜົ່າ ແລະ ປະຊາທິປະໄຕ ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບຂອງປະເທດຊາດ. ທ່ານຫງວຽນທ້ຽນເຍິນ ຊີແຈງວ່າ:
“ຄວາມສາມັກຄີແມ່ນມູນເຊື້ອທີ່ມີຄ່າທີ່ສຸດຂອງຊາດຫວຽດນາມ ຊື່ງໄດ້ຮັບການເພີ່ມພູນຄູນສ້າງໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ໃນຍຸກສະໄໝໂຮ່ຈິມິນ. ນັບແຕ່ພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນຳພາການປະຕິວັດ, ມູນເຊື້ອດັ່ງກ່າວຍິ່ງໄດ້ຮັບການເສີມຂະຫຍາຍ. ໃນ 83 ປີຜ່ານມາ, ການປະກອບສ່ວນອັນໃຫ່ຍຫຼວງຂອງແນວໂຮມປະເທດຊາດຫວຽດນາມ ໄດ້ປະກອບສ່ວນຢັ້ງຢືນ ແລະ ເພີ່ມມູນເຊື້ອຂອງຊາດຫວຽດນາມ ແລະ ທັດສະນະມະຫາສາມັກຄີທົ່ວປວງຊົນທັງຊາດອັນສະຫຼາດສ່ອງໃສຂອງພັກ ແລະ ປະທານໂຮ່ຈິມິນ“.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ດ້ຽນບຽນ, ເມືອງບາດິ່ງ, ຮ່າໂນ້ຍ
(ພາບ: VGP)
ກ່ອນໜ້ານັ້ນ, ຄືໃນຕອນຄໍ່າວັນທີ 17/11, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງກັບພໍແມ່ປະຊາຊົນຕາແສງ ດ້ຽນບຽນ, ເມືອງບາດິ່ງ, ຮ່າໂນ້ຍ ໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ດ້ຽນບຽນ ແມ່ນຕາແສງຕັ້ງຢູ່ໃຈກາງການເມືອງຂອງນະຄອນຫຼວງ, ມີທີ່ຕັ້ງສຳຄັນ, ສະນັ້ນທາງຕາແສງຕ້ອງເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ຢ່າງຕັ້ງໜ້າ, ເສີມຂະຫຍາຍລັກສະນະປະຊາທິປະໄຕ, ຂຸດຄົ້ນກຳລັງແຮງພາຍໃນ, ສ້າງເຂດຊຸມຊົນໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ, ເສີມຂະຫຍາຍນ້ຳໃຈຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອກັນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ບໍ່ມີໄພສັງຄົມ, ສ້າງເຂດຊຸມຊົນວັດທະນະທຳ, ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ດ້ວຍວຽກງານແທດຈິງຫຼາຍຢ່າງ.