ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ ອັກຊັງຕິນ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັກຊັງຕິນ ຫງວຽນດິ່ງທາວ
ຕ້ອນຮັບຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ
(vietnamplus.vn)
(vovworld) – ພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ອັກຊັງຕິນ ຖືກດຳເນີນໃນວັນທີ 03/02, ຢູ່ Buenos Aires. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັກຊັງຕິນ ຫງວຽນດິ່ງທາວ ໄດ້ຢືນຢັນບົດບາດຊີ້ນຳນຳພາຂອງພັກ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່ພັກກອມມູນິດອາເຊຣີ (PCA) Patricio Achegaray ໄດ້ສະແດງຄວາມເບີກບານຕໍ່ບັນດາຜົນງານເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນພາລະກິດພັດທະນາປະເທດຊາດ. ທ່ານ Patricio Achegaray ຢືນຢັນວ່າ, ບັນດາບົດຮຽນອັນລ້ຳຄ່າເຊິ່ງພັກກອມມູນິດຫວຽດນາມ ສະສົມ ແລະ ຖອດຖອນມາໄດ້ໃນວິວັດທະນາການຊີ້ນຳນຳພາການປະຕິວັດຫວຽດນາມ, ພິເສດແມ່ນບົດຮຽນກ່ຽວກັບຄວາມສາມັກຄີ, ເອກະພາບ ກໍ່ແມ່ນບັນດາບົດຮຽນອັນລ້ຳຄ່າໃຫ້ພັກກອມມູນິດອັກຊັງຕິນ. ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ອັກຊັງຕິນ Orsestes Perez ຊີ້ແຈ້ງວ່າ, ພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແມ່ນເຫດການບໍ່ພຽງແຕ່ຂອງປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສຳລັບບັນດາປະເທດອື່ນໃນໂລກອີກດ້ວຍ.