ສະເຫຼີມສະຫຼອງ 90 ປີແຫ່ງ ວັນຄ້າຍວັນເກີດທ່ານນາຍົກລັດຖະມົນຕີ ວໍວັນກຽດ

ສະເຫຼີມສະຫຼອງ 90 ປີແຫ່ງ ວັນຄ້າຍວັນເກີດທ່ານນາຍົກລັດຖະມົນຕີ ວໍວັນກຽດ - ảnh 1
ສະ​ເຫຼີ​ທສະຫຼອງ 90 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​
​ທ່ານ​ນາຍົ​ກລັດຖະມົນຕີ ວໍ​ວັດ​ກຽດ
(ພາບ: sggp.org.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 22/11, ຢູ່​ນະຄອນ​ວິ້ງ​ລອງ, ​ໄດ້​ດຳ​ເນີນ​ງານ​ໂຮມ​ຊຸມ​ນູມ​ສະ​ເຫຼີ​ທສະຫຼອງ 90 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ນາຍົ​ກລັດຖະມົນຕີ ວໍ​ວັດ​ກຽດ (Võ Văn Kiệt). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ຮົ່ງ​ແອ​ງ (Lê Hồng Anh), ຜູ້​ປະຈຳການ​ຄະນະ​ເລຂາ ຊີ້​ແຈ້ງວ່າ ທ່ານ​ນາຍົກລັດຖະມົນຕີ ວໍ​ວັດ​ກຽດ (Võ Văn Kiệt) ​ແມ່ນ​ນັກ​ກອມ​ມູນິດ​ຜູ້​ຈົ່ງ​ຮັກ​ພັກດີ, ​​​​ແມ່ນແບບຢ່າງ​ທີ່​ດີ​ເດັ່ນ, ການ​ນຳ​ທີ່​ມີ​ຄວາມ​ສາມາດ​, ​ມີ​ອິດ​ທິພົນ​ຊື່​ສຽງ​​ຂອງ​ພັກ ​ແລະ ລັດ ຫວຽດນາມ, ​ເປັນ​ລູກດີ​ເດັ່ນ​ຂອງ​ຊາດ. ​ເກືອບ 70 ປີ​​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ຊີວິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ວໍ​ວັດ​ກຽດ (Võ Văn Kiệt) ​ໄດ້ຕິດ​ພັນ​ກັບ​ໄລຍະ​ທາງ​ແຫ່ງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ, ​ເຕັມ​ໄປ​ດ້ວຍ​ການ​ເສຍສະຫຼະຄວາມລຳ​ບາກ​ກາກ​ກຳ ​ແຕ່​ສະຫງ່າລາສີຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ. ​ໃນ​ໄລຍະ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ​ຄື​ປະຈຸ​ບັນ, ພັກ, ລັດ​ຫວຽດນາມ ພວມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ການ​ປະຕິວັດ​ຂອງ​ລຸ້ນກ່ອນໆ ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີ ວໍ​ວັດ​ກຽດ (Võ Văn Kiệt). ​ທ່ານ ເລ​ຮົ່ງ​ແອ​ງ (Lê Hồng Anh) ຜູ້​ປະຈຳການ​ຄະນະ​ເລຂາເນັ້ນ​ໜັກ​ວ່າ.

“ຮໍ່າຮຽນ​ຕາມແບບຢ່າງ​ຄຸນສົມບັດ, ພູມປັນຍາ, ຄຸນ​ນະ​ທາດດ້ານ​ການ​ເມືອງ ​ແລະ ​ຈິນ​ຕະນາ​ການທີ່​ມີ​ຫົວຄິດປະດິດ​ສ້າງຂອງ​ສະຫາຍ ວໍ​ວັດ​ກຽດ (Võ Văn Kiệt), ພວກ​ເຮົາ​ໝັ້ນ​ໝາຍ​ ຈະ​ຍົກ​ສູງ​ເຈດ​ຈຳນົງ​ປະຕິວັດ, ສາມັກຄີ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ, ພະຍາຍາມ​ສູ້​ຊົນ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ຂອງ​ນັກ​ກອມ​ມູນິດ. ຕັ້ງໜ້າຮໍ່າຮຽນ, ຍົກ​ສູງ​ລະດັບ​ຄວາມ​ຮູ້ທຸກ​ດ້ານ, ປະຕິບັດ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຂັ້ນ​ຕ່າງໆ​ທີ່​ໄດ້​ຍົກ​ອອກຢ່າງ​ມີ​ໄຊ, ​​ສ້າງຜົນ​ງານ​ທີ່​ຍິ່ງ​ໃຫຍ່​ ​ແລະ ຮອບດ້ານ​ກວ່າ​ໃນ​ກິດຈະການປ່ຽນ​ໃໝ່​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ