ສະເຫຼີມສະຫຼອງ 92 ປີ ແຫ່ງວັນສະຖາປະນາປະເທດມົງໂກນ

(vovworld) – ພິທີສະ​ເຫຼີ​ມສະຫຼອງ 92 ປີ ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ​ມົງ​​ໂກນ (11/7/1921-11/7/2013) ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/7, ຢູ່​ນະຄອນ​ໂຮ່ຈີ​ມິນ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Dorj Enkhbat, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງມົງ​ໂກນ ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ, ຍາມ​ໃດ​ມົງ​ໂກນ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ສ້າງ​ການ​ພົວພັນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຫວຽດນາມ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. 59 ປີຜ່ານມາ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ, ສອງ​ປະ​ເທດ​ໄດ້​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ຂົງ​ເຂດ, ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ຖານ​ເພື່ອນ​ສະຫາຍ, ຄູ່​ຮ່ວມ​ມືທີ່​ແທ້​ຈິງ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ນັ້ນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ.

 

ຂ່າວ/ບົດ​ອື່ນ