ສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ສ.ເກົາຫຼີນະຄອນໂຮ່ຈີມິນ

ສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ສ.ເກົາຫຼີນະຄອນໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 8/10, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ນະຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​​ເຫຼີ​ມ ສະຫຼອງ​ຄັ້ງ​ທີ 4347 ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດສ.​ເກົາຫຼີ ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ນະຄອນ​​ໂຮ່ຈີ​ມິນ. ນະ​ທີ່​ນີ້, ທ່ານ Park Noh – wan, ຫົວໜ້າ​ສະຖານກົງສູນ​ໃຫຍ່ ສ.​ເກົາຫຼີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໄດ້ຮັບ​ການ​ເພີ່ມ​ພູນ​ຄູນສ້າງ ​ແລະ ສະ​ໜິດຕິດ​ພັນກັນຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ບັນດາ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ເປັນ​ປະຈຳ​ຂອງ​ກາ​ນນຳ​ຂັ້ນ​ສູງ 2 ປະ​ເທດ. ທ່ານ Park Noh – wan ຢືນຢັນ​ວ່າ: ​ໃນ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສ.​ເກົາຫຼີ, ທ່ານ Park Noh – wanຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ບັນດາ​ຜົນງານ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ສ.​ເກົາຫຼີ - ຫວຽດນາມ.

        ທ່ານ ຫວູວັນ​ຮ່ວາ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ນະຄອນ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ, ສະມາຄົມ​ໄດ້​ເປີດ​ກ້ວາງ​ການພົບ​ປະ​ແລກປ່ຽນ​ວັດທະນະທຳ ກໍ​ຄື​ການ​ຮ່ວມ​ມື​ເສດຖະກິດ, ການ​ສຶກສາລະຫວ່າງ 2 ປະ​ເທດ ຢ່າງ​ບໍ່​ຢຸດ​ຢັ້ງ. ​ການ​ເຄື່ອນ​ໄຫວ​​ເຫຼົ່ານັ້ນ ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ລະຫວ່ງປະຊາຊົນ​ ຫວຽດນາມ - ສ.​ເກົາຫຼີ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ