ສະເຫຼີມສະຫຼອງ43ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ແດນມາດ
ທ່ານເອກອັກຄະລັດຖະທູດ ແດນມາດ ປະຈຳ ຫວຽດນາມ
John Nielsen ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ
(ພາບ: Thống Nhất - TTXVN)
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 43 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ແດນມາດ (25/11/1971 – 25/11/2014) ໃນຕອນເຊົ້າວັນທີ 25/11, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ແດນມາດ ປະຈຳ ຫວຽດນາມ John Nielsen ເນັ້ນໜັກວ່າ: ໃນສະພາບການປະຈຸບັນ, ຫວຽດນາມ ແລະ ແດນມາດ ພວມສ້າງສາສາຍພົວພັນໃໝ່ຢ່າງແໜ້ນແຟ້ນກ່ວາ ໂດຍອີງໃສ່ການເຈລະຈາດ້ານການເມືອງ, ໃນນັ້ນສຸມໃສ່ເຂົ້າໃນຂົງເຂດການເຕີບໂຕຂຽວ, ເຕັກໂນໂລຢີສະອາດ ກໍ່ຄືວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ… ໄລຍະຈະມາເຖິງ, ແດນມາດ ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ຕາມທິດສະໜອງບັນດາຜະລິດຕະພັນ ແລະ ຄວາມຮູ້ທີ່ຈຳເປັນເພື່ອໜູນຊ່ວຍ ຫວຽດນາມ ຫັນປ່ຽນພື້ນຖານເສດຖະກິດຂອງຕົນກາຍເປັນພື້ນຖານເສດຖະກິດຂຽວກ່ວາອີກ.
ທ່ານgເອກອັກຄະລັດຖະທູດ John Nielsen ກໍ່ສະແດງຄວາມປິຕິຊົມຊື່ນກ່ຽວກັບການເສັງບົດນິພົນຂຽນດ້ວຍຫົວຂໍ້ “ຈິນຕະນາການຂຽວ - ຈິນຕະນາການ ແດນມາດ” ເຊິ່ງໄດ້ດຶງດູດຄວາມເອົາໃຈໃສ່ຂອງບັນດານັກຮຽນໂຮງຮຽນມັດຖະຍົມຕອນປາຍ ຫງວຽນຊຽວ ເປັນຈຳນວນຫຼວງຫຼາຍ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ແດນມາດ ໄດ້ມອບລາງວັນໃຫ້ບັນດານັກຮຽນເຂົ້າຮ່ວມການເສັງ. ໃນນັ້ນ, ລາງວັນພິເສດແມ່ນທຶນສຶກສາຢູ່ ແດນມາດໃນເວລາ 2 ອາທິດຕາມໂຄງການຮ່ວມມືລະຫວ່າງ ໂຮງຮຽນມັດຖະຍົມຕອນປາຍ ຫງວຽນຊຽວ ແລະ ຄູ່ຮ່ວມມືຢູ່ແດນມາດ.