(vovworld) – ວັນທີ 28/08, ສະຫະສະມາຄົມບັນດາອົງການມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ມາເລເຊຍ ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສະຖາປະນາປະເທດມາເລເຊຍ (31/08/1957 – 31/08/2015). ເມື່ອທົບທ້ວນຄືນການພົວພັນລະຫວ່າງຫວຽດນາມ ແລະ ມາເລເຊຍ, ທ່ານນາງ ຫງວຽນທິລຽນ, ປະທານສະມາຄົມມິດຕະພາບຫວຽດນາມ ນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ນັບແຕ່ໄລຍະ 40 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ມາເລເຊຍ ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຮງໃນຫຼາຍຂົງເຂດ. ທ່ານ Sofian Akmal Bin ADB.Karim, ຫົວໜ້າສະຖານກົງສູນມາເລເຊຍ ປະຈຳນະຄອນໂຮ່ຈິມິນ ຢືນຢັນວ່າ, ໃນໄລຍະກວ່າ 40 ປີແຫ່ງການສ້າງສາຍພົວພັນທາງການທູດ, ການພົວພັນລະຫວ່າງ 2 ປະເທດ ພວມໃນທ່າພັດທະນາ ແລະ ນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດຄື: ການຄ້າ ແລະ ການຮ່ວມມືດ້ານເສດຖະກິດ, ການລົງທຶນ… ໃນປີເປັນປະທານອາຊຽນ 2015, ມາເລເຊຍ ຈະສົມທົບກັບຫວຽດນາມ ແລະ ບັນດາປະເທດສະມາຊິກອາຊຽນ ຢ່າງແໜ້ນແຟ້ນ ເພື່ອສ້າງສຳເລັດຄາດໝາຍສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015.