ສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ
(ພິທີສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງ
ການພົວພັນທາງການທູດຫວຽດນາມ-ຈີນ)
(vovworld) - ວັນທີ 12/1, ສະຖານທູດ ຫວຽດນາມປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ (18/1/1950-18/1/2016). ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ຈີນ ດັ້ງມິງຄອຍ ໄດ້ເນັ້ນໜັກອີກເທື່ອໜຶ່ງເຖິງຄວາມຈຳເປັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມທັງຢືນຢັນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດ ແລະ ປາຖະໜາຢາກພ້ອມກັບຈີນ ເພື່ອເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ. ສຳລັບບັນຫາທະເລຕາເວັນອອກ, ສອງຝ່າຍຄວນເດັດດ່ຽວຮັບຮອງເອົາສົນທິສັນຍາ, ການເຈລະຈາມິດຕະພາບ ບົນພື້ນຖານກົດໝາຍສາກົນ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ.
ສ່ວນຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈີນ ຂົງຊວຽນຢີວ ກໍ່ຢືນຢັນວ່າ, ຝ່າຍຈີນຖືການພັດທະນາການພົວພັນກັບ ຫວຽດນາມເປັນສຳຄັນ ແລະ ຫວັງວ່າຈະພ້ອມກັບ ຫວຽດນາມຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂຄວາມຄວາມບໍ່ລົງລອຍກັນ, ຮັກສາ ແລະ ພັດທະນາການພົວພັນສອງຝ່າຍກວ່າອີກ.