ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສິງກາໂປ,ອາບຟຣີກາໃຕ້
ງານລ້າງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ສິງກາໂປ
(ພາບ: Lê Hải/Vietnam+)
(vovworld) – ຕອນບ່າຍວັນທີ 10/12, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກາໂປ ເຈີ່ນຫາຍເຫົ້າ, ເປັນເຈົ້າຂອງງານລ້ຽງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2014). ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ເຈີ່ນຫາຍເຫົ້າ, ຢືນຢັນວ່າ: 70 ປີຜ່ານມາ, ກອງທັບປະຊາຊົນ ຫວຽດນາມ ໄດ້ປະຕິບັດໜ້າທີ່ອັນສັກກະລະບູຊາ, ປະກອບສ່ວນເຂົ້າໃນພາລະກິດຍາດເອົາເອກະລາດ, ປົດປ່ອຍຊາດ ແລະ ໂຮມປະເທດເປັນເອກະພາບຜ່ານໄລຍະສົ່ງຄາມຄັ້ງຕ່າງໆ ແລະ ປະຈຸບັນປະກອບສ່ວນສຳຄັນທີ່ສຸດໃນການຮັກສາສັນຕິພາບ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ Pretoria, ສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາໃຕ້ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ພົນວາທີ Thafeni, ສະແດງຄວາມນັບຖືນ້ຳໃຈອົງອາດກະຫານ ແລະ ບັນດາວິລະກຳອັນສະຫງ່າອົງອາດເຊິ່ງກອງທັບພ້ອມກັບປະຊາຊົນ ຫວຽດນາມ ຍາດມາໄດ້ໃນການຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ຖືນີ້ແມ່ນແບບຢ່າງ ແລະ ແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ ສຳລັບການຕໍ່ສູ້ຂອງປະຊາຊົນ ອາບຟຣີກາໃຕ້ ແລະ ຫຼາຍປະເທດໃນພາກພື້ນຕ້ານລະບອບຈຳແນກເຊື້ອຊາດຜິວພັນ, ເພື່ອພາລະກິດປົດປ່ອຍຊາດ.
ພົນວາທີ Thafeni ຢັ້ງຢືນວ່າ: ກອງທັບ ອາບຟຣີກາ ໃຕ້ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບກອງທັບປະຊາຊົນ ຫວຽດນາມ, ໃນນັ້ນມີຂົງເຂດຮ່ວມມືກ່ຽວກັບການບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີປ້ອງກັນຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.