ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສປປ.ເກົາຫຼີ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ)

(vovworld) – ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢູ່ ສ​ປ​ປ ເກົາຫຼີ ​ໂດຍ​ສະ​ຖານ​ທູ​ດ ຫວຽດ​ນາມ ແລະ ຫ້ອງ​ການ​ທູດ​ການ​ທະ​ຫານ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ປະ​ຈຳ ສ​ປ​ປ ເກົາ​ຫຼີ ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 19/12. ເຂົ້າ​ຮ່ວມ​ພິ​ທີ​ມີ​ພົນ​ເອກ, ຮອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ສ​ປ​ປ ເກົາຫຼີ O Kum Chol ພ້ອມ​ກັບ​ນາຍ​ທະ​ຫານຂັ້ນ​ສູງ​ຂອງກອງ​ທັບ​ປະ​ຊາ​ຊົນ ສປ​ປ ເກົາຫຼີ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ສ​ປ​ປ ເກົາຫຼີ. ທີ່​ງານ​ລ້ຽງ, ຜູ້​ຕາງ​ໜ້າ​ຫ້ອງ​ການ​ທູດ​ການ​ທະ​ຫານ​ປ້ອງ​ກັນ​ຊາດ ຫວຽດ​ນາມ ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ປ້ອງ​ກັນ​ປະ​ເທດ​ເພື່ອ​ປ້ອງ​ກັນ​ຕົວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ໃນ​ບົດ​ກ່າວ​ປາ​ໄສ​ອວຍ​ພອ​ນ, ຜູ້​ຕາງ​ໜ້າ​ກອງ​ທັບ​ປະ​ຊາ​ຊົນ ສປ​ປ ເກົາຫຼີ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ປະ​ຊາ​ຊົນ ແລະ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ຕະຫຼອດ 70 ປີ​ຜ່ານ​ມາ, ຢັ້​ງ​ຢືນ​ວ່າ: ສປ​ປ ເກົາຫຼີ ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ​່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ກອງ​ທັບ 2 ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ໝີ​ປາຍ, ອວຍ​ພອນ​ໃຫ້​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ, ຍາດ​ໄດ້​ບັນ​ດາ​ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປ​ົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ