ສະເຫຼີມສະຫຼອງ71ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ

ສະເຫຼີມສະຫຼອງ71ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ - ảnh 1
(ສະເຫຼີມສະຫຼອງ71ປີແຫ່ງວັນ
ສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ)

(vovworld) – ຕອນ​ຄ່ຳ​ວັນ​ທີ 18/12 ຢູ່​ນະຄອນຫລວງ ວຽງ​ຈັນ (ລາວ), ສຳນັກງານທູດ​ທະຫານ ຫວຽດນາມ ປະຈຳ ລາວ​ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2015) ​ແລະ 26 ປີ​ແຫ່ງ​ວັນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ (22/12/1989 – 22/12/2015). ທ່ານ​ພັນ​ເອກ ຕ່າວ​ວັນ​ທ໋າຍ, ທູດ​ທະຫານ ຫວຽດນາມ ປະຈຳ ລາວ ຢືນຢັນ​ວ່າ: ​ໃນ​ຕະຫລອດ 71 ປິີຜ່ານ​ມາ, ​ໂດຍພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ເຕີບ​ໂຫຍ່​​ເຂັ້ມແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັບ​ທົ່ວ​ປວງ​ຊົນສ້າງ​ບັນດາ​ວິລະ​ກຳ​ອັນ​ຍິ່ງ​ໃຫຍ່ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ກອງທັບ​ປະຊາຊົນ ຫວຽດນາມ ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ສືບ​ຕໍ່​ປົກ​ປັກ​ຮັກສາ​ເອກະລາດ​ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໃຫ້​ໝັ້ນຄົງ; ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດຢ່າງຮອບດ້ານ, ພ້ອມ​ທັງ ປະກອບສ່ວນ​ຮັບປະກັນ​ຄວາມໝັ້ນຄົງ, ຊຸກຍູ້​ການ​ຮ່ວມ​ມື, ພັດທະນາ​ໃນ​ພາກ​ພື້ນ​ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ