ສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນແລະມອບລາງວັນລິ໋ຕື້ຈ້ອງປີ2016

ສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນແລະມອບລາງວັນລິ໋ຕື້ຈ້ອງປີ2016 - ảnh 1
ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ
ແລະ ມອບລາງວັນ ລິ໋ຕື້ຈ້ອງ ປີ 2016
(ພາບ: Tiền Phong)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 25/03, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີສະ​ເຫຼີມ​ສະ​ຫຼອງ 85 ປີແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ (26/03/1931 – 26/03/2016) ແລະ​ ມອບ​ລາງວັນ ລິ໋​ຕື້​ຈ້ອງ ປີ 2016. ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ຫງວຽນ​ຟຸ​ຈ້ອງ ໄດ້​ມອບ​ຂອງ​ຂວັນ​ທີ່​ລະ​ນຶກ ແລະ ດອກ​ໄມ້​ອວນ​ພອນ​ສະ​ມາ​ຊິກ​ຊາວ​ໜຸ່ມ, ໄວໜຸ່ມ​ໃນ​ທົ່ວ​ປ​ະ​ເທດ​ເນື່ອງ​ໃນ​ໂອ​ກາດ​ນີ້. ກ່າວ​ຄ​ຳ​ເຫັນ​ຢູ່​ທີ່ນີ້, ທ່ານ ດິງ​ເທີ໋​ຮີນ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ເນັ້ນ​ໜັກ​ວ່າ,

        “ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ຕ້ອງ​ສົ່ງ​ເສີມ, ລະ​ດົ​ມ​ກຳ​ລັງ​ໃຈ​ຊາວ​ໜຸ່ມ​​ສ້າງ​ຄວາມ​ໄຝ່​ຝັນ, ກໍ່​​ຮ່າງ​ສ້າງ​ຕົວ, ມີ​ຈິດ​ໃຈ​ປະ​ຈັນ​ບານ, ເປັນ​ເ​ຈົ້າ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ; ຈັດ​ຕັ້ງ​ຂະ​ບວນ​ການ​ຊາວໜຸ່ມ​ອາ​ສາ​ສະ​ໝັກ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ໄວ​ໜຸ່ມ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພ້ອມ​ທັງ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ຕ້ອງ​ຈັດ​ຕັ້ງ​ໃຫ້​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ບັນ​ດາ​​ລາຍ​ການ, ໂຄງ​ການ, ວຽກ​ງານ​ຂອງ​ຊາວໜຸ່​ມ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ່​ຊອ​ກ​ຫຼີກ, ເຂດ​ຊາຍ​ແດນ, ເຂດ​ທະ​ເລ​ໝູ່​ເກ​າະ​ຂອງ​ປ​ະ​ເທດ​ຊາດ; ກໍ່​ສ້າງ​ບັນ​ດ​າ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ລະ​ອຽດ​​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມເກັ່ງ​ກ້າ, ພູ​ມ​ປັນ​ຍາ ແລະ ການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ໜຸ່ມ”.

        ທີ່​ພິ​ທີ, ​ມີຜູ້​ແທນ​ດີ​ເດັ່ນ​ 85 ຄົນເຊິ່ງ​ແມ່ນ​ເລ​ຂາ​ຊາວ​ໜຸ່ມ​ຂັ້ນ​ເມືອງ, ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ຂັ້ນ​​ຮາກ​ຖານ ແລະ ສະ​ມາ​ຊິກ​ຊາວ​ໜຸ່ມ​​ທີ່​ມີ​ຜົນ​ງານດີ​ເດັ່ນ​ໃນ​ການ​ຮ່ຳ​ຮ​ຽນ, ​ການອອກ​ແຮງ​ງານ​, ວຽກ​ງານ​ຊາວ​ໜຸ່ມ… ໄດ້​ເປັນ​ກຽດ​ຮັບ​ລ​າງວັນ ລິ໋​ຕື້​ຈ້ອງ ປີ 2016.

ຂ່າວ/ບົດ​ອື່ນ