ສະເຫຼີມສະຫຼອງວັນຄ້າຍ ວັນເກີດທ່ານເລຂາ ທິການໃຫ່ຍເຈິ່ນຟູ ຄົບຮອບ 110 ປີ

ສະເຫຼີມສະຫຼອງວັນຄ້າຍ ວັນເກີດທ່ານເລຂາ ທິການໃຫ່ຍເຈິ່ນຟູ ຄົບຮອບ 110 ປີ - ảnh 1

ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງຈູດ​ທູບ​ທຽນ​

ອາ​ໄລ​ຫາ​ທ່ານອະດີດເລຂາທິການ​ໃຫ່ຍ​ເຈິ່ນຟູ

 (ພາບ: vov)

(vovworld)- ວັນ​ທີ 29/4, ຢູ່​ນະຄອນ​ຮ່າ​ຕິ້ງ, ຄະນະ​ພັກ ​ແລະ ປະຊາຊົນ​ແຂວງ​ຮ່າ​ຕິ້ງ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ທ່ານ​ເລຂາທິການ​ໃຫ່ຍ​ເຈິ່ນຟູ​ຄົບຮອບ 110 ປີຢ່າງ​ສົມ​ກຽດ ​ໂດຍແມ່ນ​​ເລຂາທິການ​ໃຫ່ຍຜູ້​ອຳ​ອິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (1/5/1904-1/5/2014) ​ເຂົ້າຮ່ວມ​ພິທີ​ທີ​ທ່ານເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ພ້ອມ​ດ້ວຍ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ຂັ້ນສູງ​ຂອງ​ພັກ, ລັດ​ຫວຽດນາມ.

  ອ່ານ​ສູນ​ທອນ​ພົດ​ນະ​ພິທີ, ທ່ານ​ຫງວຽນ​ແທງ​ບິ່ງ, ​ເລຂາ​ພັກ​ແຂວງ, ປະທານ​ສະພາ ປຊຊ ​ແຂວງ​ຮ່າ​ຕິ້ງ ​ໄດ້​ຫວນ​ຄືນ​ຊີວິດ ​ແລະ ພາລະກິດ​ການ​ປະຕິວັດ​ອັນ​ສະຫງ່າ​ອົ່ງ​ອາດ​ຂອງທ່ານ​ເຈິ່ນຟູ, ລູກສິດ​ຜູ້ດີ​ເດັ່ນ​ຂອງ​ປະທານ​ໂຮ່ຈິ​ມິນ, ການ​ນຳ​ທີ່​ປີ​ຊາ​ສາມາດ​ຂອງ​ພັກ, ນັກຮົບ​ຜູ້​ອົ່ງ​ອາດ​ກ້າຫານ​ຂອງ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ. ທ່ານ​ຫງວຽນ​ແທງ​ບິ່ງ ຢືນຢັນ​ວ່າ:
        “ຊີວິດເຄື່ອນໄຫວປະຕິວັດຂອງທ່ານເລຂາທິການໃຫຍ່ ເຈີນຟຸ໋ ເຖິງວ່າບໍ່ຍາວກໍ່ຕາມ, ແຕ່ທ່ານ​ໄດ້ປະຕິບັດສຳ​ເລັດ​ບັນດາວຽກງານທີ່​ສຳຄັນ​ແມ່ນບັນດາມໍລະດົກທີ່ລຳ້ຄ່າຂອງພັກ ແລະ ຊາດຫວຽດນາມ. ບົດ​ໂຄງການການເມືອງປີ 1930 ໂດຍທ່ານ ເຈີນຟຸ໋ ຮຽບຮຽງ ແລະ ບັນດາເອກະສານສຳຄັນຂອງພັກເຮົາ ໃນໄລຍະທີ່ ທ່ານເປັນເລຂາທິການໃຫຍ່ ໄດ້ປະກອບສ່ວນສ້າງແນວທາງ​ພື້ນຖານ​ຂອງ​ການປະຕິວັດ​ຫວຽດນາມ. ນັ້ນ​​ແມ່ນ​ໝາກຜົນ​ຂອງການ​ນຳ​ໃຊ້​ບັນດາ​ຫຼັກການ​ທົ່ວ​ໄປ​ຂອງ​ລັດທິ ມາດ - ​ເລ​ນິນ ກ່ຽວ​ກັບ​ພາລະກິດປະຫວັດສາດ​ຂອງ​ຊົ້ນຊັ້ນກຳມະກອນ ​ແລະ ບົດບາດ​ຂອງ​ປະຊາຊົນ​ຜູ້ອອກ​ແຮງ​ງານ; ກ່ຽວ​ກັບ​​ແນວທາງ​ປະຕິວັດ​ປົດ​ປ່ອຍ​ຊາດ​ຢູ່​ບັນດາ​ປະ​ເທດ​ຫົວເມືອງ​ຂຶ້ນ; ການ​ນຳ​ໃຊ້​ຢ່າງ​ມີ​ໄຫວ​ພິບ​ແນວ​ທາງ​ຂອງ​ ​ກອມ​ມູນິດສາກົນ ​ເຂົ້າ​ໃນ​ພຶດຕິ​ກຳຕົວ​ຈິງ​ປະຕິວັດ​ຫວຽດນາມຢ່າງຖືກ​ຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ”.

ຂ່າວ/ບົດ​ອື່ນ