ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 73 ປີຢູ່ຫລາຍປະເທດໃນໂລກ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ກັນຍາຄົບຮອບ 73 ປີ ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບັງກະລາເທດ, ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ໄດ້ຈັດຕັ້ງລາຍການພິເສດຢູ່ນະຄອນຫລວງ Dhaka.
ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 73 ປີຢູ່ຫລາຍປະເທດໃນໂລກ - ảnh 1 ພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາຄົບຮອບ 73 ປີຢູ່ສະນັກງານສະຖານທູດ ຫວຽດນາມ ປະຈຳ ແບນຊິກ (ພາບ: TTXVN)

ຕອນຄ່ຳວັນທີ 06 ກັນຍາ, ທ່ານ ຫວູແອງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ, ລາຊະອານາຈັກ ລຸກຊຳບວກ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະພາບ ເອີຣົບ (ອີຢູ) ພ້ອມກັບພັນລະຍາເປັນປະທານພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາຄົບຮອບ 73 ປີຢູ່ສະນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ບຣຸກແຊນ, ລາຊະອານາຈັກ ແບນຊິກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ໄດ້ທົບທວນຄືນບັນດາຜົນງານ, ວິວັດແຫ່ງການສ້າງສາ, ການພັດທະນາ ແລະ ການເຊື່ອມໂຍງຂອງປະເທດຊາດໃນໄລຍະ 73 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ທ່ານເອກອັກຄະລັດຖະທູດປະກາດດ້ວຍຄວາພາກພູມໃຈວ່າ ປີ 2018 ແມ່ນປີ 2 ປະເທດສະເຫຼີມສະຫຼອງຂີດໝາຍປະຫວັດສາດ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ການພົວພັນຮ່ວມມື ຫວຽດນາມ - ແບນຊິກ ສືບຕໍ່ພັດທະນາອັນດີງາມ.

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ກັນຍາຄົບຮອບ 73 ປີ ແລະ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບັງກະລາເທດ, ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ໄດ້ຈັດຕັ້ງລາຍການພິເສດຢູ່ນະຄອນຫລວງ Dhaka.

        ກ່ອນໜ້ານັ້ນ, ສະຖານທູດ ຫວຽດນາມ ປະຈຳ ຈີນ, ກູບາ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 73 ປີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ