ສະເຫຼີມສະຫຼອງວັນຊາດ ໄທ ຢູ່ນະຄອນໂຮ່ຈິມິນ

ສະເຫຼີມສະຫຼອງວັນຊາດ ໄທ ຢູ່ນະຄອນໂຮ່ຈິມິນ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ​ຄັ້ງ​ທີ 86 ວັນ​ຄ້າຍ​ວັນ​ເກີດ
​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ໄທ ​ແລະ ວັນ​ຊາດ​ໄທ
(ພາບ: vietnamplus.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 09/12, ສະຫະພັນ​ບັດ​ດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບຫວຽດນາມ - ​ໄທ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ຄັ້ງ​ທີ 86 ວັນ​ຄ້າຍ​ວັນ​ເກີດ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ໄທ ​ແລະ ວັນ​ຊາດ​ໄທ (05/12/1927 – 05/12/2013). ກ່າວ​ຄຳ​ເຫ​ັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເຈືອງ​ຮ່ວາງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ໄທນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ​ແລະ ​ໄທ ມີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ, ຊຸກຍູ້​ການ​ພົວພັນ​ດ້ານເສດຖະກິດ - ການ​ຄ້າ​​ໃຫ້ນັບ​ມື້​ນັບ​​ໄດ້​ຮັບ​ການ​ເປີດ​ກວ​້າງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ, ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ທ່ອງ​ທ່ຽວ, ການສຶກສາ​ແລະບຳລຸງ​ສ້າງ... ລ້ວນ​ແຕ່​ມີ​ຄວາມ​ຄືບ​ໜ້າ. ທ່ານ​ນາງ ພັນ​ພິມົນ ສູ້​ວັນນະ​ພົງ ຫົວໜ້າ​ກົງ​ສູນ​ໃຫຍ່​ໄທ​ປະຈຳ​ນະຄອນ​ໂຮ່ຈີ​ມິນ​ຖື​ວ່າ, ປີ 2013 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ​ໄທ ​ເພາະວ່າ​ສອງ​ປະ​ເທດ​ໄດ້​ຍົກ​ການ​ພົວພັນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ. ການ​ນຳ​ສອງ​ປະ​ເທດ​ພວມ​ກະກຽມ​ແຜນການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ​ງໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ