ສະເໜີຕໍ່ຜູ້ອ່ານ ເວບໄຊ ກອງປະຊຸມໃຫຍ່ ໂຄສະນາອາຊີຄັ້ງທີ 28 ປີ 2013
ກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 ຈະຖືກຈັດຂຶ້ນ ແຕ່ວັນທີ 5 ຫາວັນທີ 9/11/2013 ຢູ່ຮ່າໂນ້ຍ
|
Vovworld- ພິທີສະເໜີຕໍ່ຜູ້ອ່ານ ເວບໄຊກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 ປີ 2013 ແລະ ພິທີມອບລາງວັນງານປະກວດສາກົນປະດິດສ້າງ ໂລໂກ ກອງປະຊຸມໃຫຍ່ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25/8 ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 ຈະຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ ແຕ່ວັນທີ 5 ຫາວັນທີ 9/11/2013 ຢູ່ຮ່າໂນ້ຍ ຊຶ່ງມີການເຂົ້າຮ່ວມຂອງຜູ້ແທນ 1.500 ຄົນທີ່ມາຈາກ 16 ປະເທດ ແລະ ເຂດແຄ້ວນ. ເວບໄຊຢ່າງເປັນທາງການຂອງ ກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 ປີ 2013 ມີລະຫັດ : www.adasia2013.vn . ທີ່ກອງປະຊຸມໃຫຍ່ ຫວຽດນາມຈະສົ່ງສານທີ່ວ່າ “ ສັນຕິພາບ, ສະໜິດສະໜົມ, ການຮ່ວມມືເພື່ອພ້ອມກັນພັດທະນາ ” ໃຫ້ແກ່ເພື່ອນມິດສາກົນ. ເນື່ອງໃນໂອກາດນີ້, ຈະຈັດຕັ້ງການເລືອກເຟັ້ນວິສາຫະກິດ 100 ແຫ່ງທີ່ດີເດັ່ນກ່ຽວກັບການໂຄສະນາສື່ສານອາຊີ; ບັນຊີລາຍຊື່ 10 ວິສາຫະກິດອັນດັບ 1 ກ່ຽວກັບການໂຄສະນາສື່ສານອາຊີ; ເທບບັນທຶກພາບ 100 ເລື່ອງທີ່ດີເດັ່ນຂອງອາຊີ. ໃນຈຳນວນເກືອບ 700 ໂລໂກທີ່ສົ່ງມາຮ່ວມງານປະກວດສາກົນ ປະດິດສ້າງ ໂລໂກ ກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28, ຄະນະຈັດຕັ້ງໄດ້ມອບ 5 ລາງວັນ, ໃນນັ້ນມີ 1 ລາງວັນທີ 1 ຖືກໃຊ້ເປັນໂລໂກກອງປະຊຸມໃຫຍ່. ໂລໂກກອງປະຊຸມໃຫຍ່ມີສັນຍາລັກນົກຮຸງ ໝາຍເຖິງນ້ຳໃຈອັນສູງສົ່ງ, ມີຄວາມໂຊກດີ, ແງ່ຫວັງດີ. ນີ້ແມ່ນການປະດິດສ້າງຂອງ Phan Thi Dieu My ສັງກັດມະຫາວິທະຍາໄລສິລະປະກຳເຫວ.