(vovworld) - ວັນທີ 18/06, ຂໍ້ມູນທາງການ Cubadebate ໃຫ້ຮູ້ວ່າ, ພັນທະມິດ 2 ພັກຝ່າຍຢູ່ອາເມລິກາ ໄດ້ຂົນຂວາຍການສະໜັບສະໜູນການລົບລ້າງຄຳສັ່ງຂວ້ຳບາດຢູ່ກຸຍບາ ທີ່ໃສ່ຊື່ວ່າ “Engage Cuba” ໄດ້ຈັດພິທີສະເໜີຕົວຢ່າງເປັນທາງການ ແລະ ເປີດເວັບໄຂ ໃນເຄືອຂ່າຍສັງຄົມ Facebook. ໃນຈຳນວນຜູ້ເຂົ້າຮ່ວມເຫດການນີ້ ມີທ່ານ Jeff Flake, ສະມາຊິກສະພາສູງພັກສາທາລະນະ ລັດ Arizona, ທ່ານ Roberta Jacobson, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຫົວໜ້າຄະນະເຈລະຈາຂອງອາເມລິກາ ກັບກຸຍບາ ແລະ ທ່ານ Jose Ramon Rodriguez, ຫົວໜ້າຄະນະເຈລະຈາທາງການທູດກຸຍບາ ປະຈຳອາເມລິກາ.