ສະເໜີຕົວສູນຄົ້ນຄ້ວາ, ອະນຸລັກ ແລະ ພັດທະນາອາຫານການກິນຫວຽດນາມ

   ສະເໜີຕົວສູນຄົ້ນຄ້ວາ, ອະນຸລັກ ແລະ ພັດທະນາອາຫານການກິນຫວຽດນາມ  - ảnh 1
ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ  ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​.

(vovwold)- ສູນຄົ້ນ​ຄ້​ວາ, ອະ​ນຸ​ລັກ ແລະ ພັດ​ທະ​ນາ​ອາ​ຫານ​ການ​ກິນ​ຫວຽດ​ນາມ​ໄດ້​ຖືກ​ສະ​ເໜີ​ຕົວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 7/4 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ໃນ​ຂອບ​ເຂດ​ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ຫວຽດ​ນາມ 2017 ດ້ວຍ​ຫົວ​ຂໍ້ “ ຮ່າ​ໂນ້ຍ-ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫວຽດ​ນາມ ” ຊຶ່ງ​ພວມ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເໜີ​ຕົວ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ວູ້​ເທ້​ບີງ ໃຫ້​ຮູ້​ວ່າ ບັນ​ດາ​ເຍື່ອງ​ອາ​ຫານ​ຫວຽດ​ນາມ ໄດ້​ຄ່ອຍໆ​ດຶ​ງ​ດູດ​ໃຈ​ບໍ່​ພຽງ​ແຕ່​ຜູ້​ບໍ​ລິ​ໂພກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ໃຈ​ບັນ​ດາ​ພໍ່​ຄົວ​ແມ່​ຄົວ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ອີກ​ດ້ວຍ. ອາ​ຫານ​ຫວຽດ​ນາມ​ນັບ​ມື້​ນັບ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ໃນ​ເວ​ທີ​ສາ​ກົນ.

     ແລະ ກໍ​ໃນ​ວັນ​ທີ 7/4, ທ່ານ​ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ວູ້​ເທ້​ບີງ ແລະ  ທ່ານ​ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ Rober Duglin ໄດ້​ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​.

   

ຂ່າວ/ບົດ​ອື່ນ