ສະໜັບສະໜູນກໍລະນີຮ້ອງຟ້ອງທວງເອົາຄວາມຍຸຕິທຳຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຝຣັ່ງ

ສະໜັບສະໜູນກໍລະນີຮ້ອງຟ້ອງທວງເອົາຄວາມຍຸຕິທຳຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຝຣັ່ງ - ảnh 1
ພົນ​ໂທ ຫງວຽນ​ວັນຣີງ
(ພາບ: Trọng Trinh)

(vovworld) – ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ (VAVA) ສະໜັບສະໜູນ​ກໍ​ລະນີຮ້ອງ​ຟ້ອງ​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມຢູ່ ຝຣັ່ງ. ພົນ​ໂທ ຫງວຽນ​ວັນຣີງ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ ຢັ້ງຢືນ​ຄື​ດັ່ງກ່າວ​ເມື່ອ​ລາຍ​ງານ​ກ່ຽວ​ກັບ​ກໍ​ລະ​ນີຮ້ອງ​ຟ້ອງ​ຂອງ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ ​ເຈີ່ນ​ໂຕ໋ງາ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ, ​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/6, ຢູ່ ຮ່າ​ໂນ້ຍ. ວັນ​ທີ 11/6, ຫ້ອງການ​ທະນາຍຄວາມ William Bourdon & Forestier ຢູ່ ປາຣີ, ປະ​ເທດ ຝຣັ່ງ ​ໄດ້​ຕາງໜ້າຝ່າຍ​​ໂຈດ​ແມ່ນທ່ານ​ນາງ ​ເຈີ່ນ​ໂຕ໋ງາ, ພົນລະ​ເມືອງ ຝຣັ່ງ ​ເຊື້ອ​ຊາດ ຫວຽດນາມ, ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ ຢູ່​ຫວຽ​ດນາມ ​ໃນ​ໄລຍະ​ສົງຄາມ, ​ໄດ້​ຮ້ອງ​ຟ້ອງ​ບັນດາ​ບໍລິສັດ​ເຄ​ມີ ອາ​ເມ​ລິ​ກາ ທີ່​ສານ​ຢູ່​ນະຄອນ Evry ຂອງຝຣັ່ງ ທີ່​ທວງ​ໃຫ້ຊົດ​ເຊີຍ​​ແກ່​ທ່ານ​ນາງ ​ເຈີ່ນ​ໂຕ໋ງາ.

    ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ  ສະ​ເໜີ​ໃຫ້​ສານ Evry ຂອງ ຝຣັ່ງ ປັບປຸງ​ສຳ​ເນົາ​ເອກະ​ສານ, ລະບຽບ​ການ​ໂດຍ​ໄວ​ເພື່ອ​ປ້ອງ​ກັນ​ສິດຜົນປະ​ໂຫຍ​ດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ ​ເຈີ່ນ​ໂຕ໋ງາ. ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ ຮຽກຮ້ອງ​ໃຫ້​ໂລກ, ບັນດາ​ລັດຖະບານ, ອົງການ​ຈັດ​ຕັ້ງ, ສ່ວນບຸກຄົນ ຈົ່ງມີ​ການ​ກະທຳ​ໃນ​ທັນທີ​ເພື່ອ​ສະໜັບສະໜູນຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາ​ດພິດ​ສີ​ສົ້ມ, ພິ​ເສດ​ແມ່ນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຢູ່ ຫວຽດນາມ.

 


ຂ່າວ/ບົດ​ອື່ນ