ສະໜັບສະໜູນບັນດວິສາຫະກິດຂອງ ແບນຊິກ ລົງທຶນເຂົ້າ ຫວຽດນາມ

(VOVWORLD) - ໃນຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດີ່ງຮູ້ວ  ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Johan Vande Lanotte ເຈົ້າຄອງນະຄອນ Ostend, ອະດີດຮອງນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ແບນຊິກ. 
ສະໜັບສະໜູນບັນດວິສາຫະກິດຂອງ ແບນຊິກ ລົງທຶນເຂົ້າ ຫວຽດນາມ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຮູ້ ຕ້ອນຮັບ ທ່ານ Johan Vande Lanotte  (ພາບ: VGP)

ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງຮູ້ວ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງກະຈ່າງແຈ້ງ, ສະໜິດສະໜົມ, ມີລັກສະນະເປີດສູງ, ສ້າງເງື່ອນໄຂສະດວກທີີ່ສຸດໃຫ້ບັນດາວິສາຫະກິດ. ຫວຽດນາມ ສະໜັບສະໜູນບັນດາວິສາຫະກິດ ຂອງ ແບນຊິກ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດ ອີຢູ ແລະ ແບນຊິກ ຊຸກຍູ້ວິວັດທະນາການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ.
ສ່ວນທ່ານ ເຈົ້າຄອງນະຄອນ Ostend Johan Vande Lanotte ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຂອງ ແບນຊິກ ປາດຖະໜາສືບຕໍ່ໄດ້ຮັບຍູ້ແຮງການເຄື່ອນໄຫວລົງທຶນ, ຮ່ວມມື ຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ໃນບັນຂົງເຂດທີ່ມີທ່າແຮງ; ພ້ອມທັງສະແດງຄວາມສະໜັບສະໜູນການຮັບຮອງເອົາ ແລະ ປະຕິບັດສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ