ສ້າງ ແລະ ຍົກ​ສູງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໜ້າທີ່ ສ້າງ ແລະ ຍົກສູງເຄື່ອງໝາຍການຄ້າແຫ່ງຊາດ ມີຄວາມໝາຍຍຸດທະສາດ, ສະເໜີສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ໝູນໃຊ້ທ່າໄດ້ປຽບໃຫ້ເປັນຢ່າງດີ ເພື່ອພັດທະນາຕະຫຼາດພາຍໃນຢ່າງແຮງ.
ສ້າງ ແລະ ຍົກ​ສູງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງເຂົ້າຮ່ວມພິທີປະກາດຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ (ພາບ:  VGP)

ຕອນຄ່ຳວັນທີ 2 ພະຈິກ, ຢູ່ສູນກອງປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຄັ້ງທີ 8, ປີ 2022. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໜ້າທີ່ ສ້າງ ແລະ ຍົກສູງເຄື່ອງໝາຍການຄ້າແຫ່ງຊາດ ມີຄວາມໝາຍຍຸດທະສາດ, ສະເໜີສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ໝູນໃຊ້ທ່າໄດ້ປຽບໃຫ້ເປັນຢ່າງດີ ເພື່ອພັດທະນາຕະຫຼາດພາຍໃນຢ່າງແຮງ ແລະ ຊຸກຍູ້ການສົ່ງອອກ ຜ່ານບັນດາມາດຕະການຍົກສູງຄຸນຄ່າເຄື່ອງໝາຍການຄ້າ, ສົມທົບກັນສ້າງ, ພັດທະນາເຄື່ອງໝາຍການຄ້າຜະລິດຕະພັນ, ເຄື່ອງໝາຍການຄ້າວິສາຫະກິດ ກັບເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ສ້າງຄຸນຄ່າໃຫ້ແກ່ສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເນັ້ນໜັກວ່າ:

ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ດ້ວຍບັນຍາກາດ ແລະ ຄວາມເຊື່ອໝັ້ນຂອງທົ່ວປະເທດ ແລະ ຖັນແຖວນັກທຸລະກິດ ຫວຽດນາມ, ພວກເຮົາເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ຈະມີຫຼາຍວິສາຫະກິດຕອບສະໜອງໄດ້ບັນດາເປົ້າໝາຍຂອງໂຄງການ, ສູ້ຊົນຮອດປີ 2030 ຫວຽດນາມ ຈະມີຜະລິດຕະພັນ 1000 ຢ່າງບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ປະກອບສ່ວນຢັ້ງຢືນ ຫວຽດນາມ ແມ່ນປະເທດມີສິນຄ້າ ແລະ ການບໍລິການມີຄຸນນະພາບ, ມີຄວາມສາມາດໃນການແກ້ງແຍ່ງສູງໃນຕະຫຼາດສາກົນ. ຄວາມມານະພະຍາຍາມຂອງວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດແຕ່ລະແຫ່ງຈະແມ່ນແກ່ນສານເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງປະເທດ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະ ມີວັດຖະນາຖາວອນ. ພວກເຮົາເຊື່ອໝັ້ນວ່າ, ຄຳວ່າ ຫວຽດນາມ ຈະຕິດພັນກັບຮູບພາບ ຜະລິດຕະພັນ, ການບໍລິການທີ່ມີອິດທິພົນຊື່ສຽງ, ຄຸນນະພາບສູງ ຈະນັບມື້ນັບພັດທະນາ ແລະ ປັບປຸງທີ່ຕັ້ງ, ອິດທິພົນໃນທົ່ວໂລກຢ່າງໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ