ວາລະປະຊຸມຄັ້ງທີ 40 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:TTXVN)
(vovworld) - ໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍການຮັບຂໍ້ມູນຂ່າວສານໃນວາລະປະຊຸມທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12/8, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຖືວ່າ: ກົດໝາຍສະບັບນີ້ເມື່ອປະກາດໃຊ້ຕ້ອງສ້າງກົນໄກສະດວກ ເພື່ອໃຫ້ປະຊາຊົນປະຕິບັດສິດໄດ້ຮັບຂໍ້ມູນຂ່າວສານ, ແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການໃນສະພາບການຕົວຈິງຂອງຊີວິດການເປັນຢູ່. ຕ້ອງຄິດໄລຄືນຂອບເຂດການປັບປຸງຂອງຮ່າງກົດໝາຍ, ເປີດກ້ວາງຕາມທິດຍົກສູງຄວາມຮັບຜິດຊອບຂອງບັນດາອົງການອື່ນໆນອກຈາກອົງການແຫ່ງລັດໃນການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງຂອບເຂດການເຄື່ອນໄຫວຂອງພວກເຂົາ.
ຕອນບ່າຍວັນທີ 12/8, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍອຸຕຸນິຍົມອຸທົກກະສາດ ແລະ ກົດໝາຍວ່າດ້ວຍຄວາມປອດໄພດ້ານຂໍ້ມູນຂ່າວສານ.