ສ້າງກົນໄກພິເສດສະເພາະ ເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາ
(VOVWORLD) - ຕອນເຊົ້າວັນທີ 06 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລຂາຄະນະພັກລັດຖະບານ ເປັນປະທານການເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິຂອງກົມການເມືອງສູນກາງພັກກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຈົນຮອດປີ 2020.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຕີລາຄາສູງບັນດາຜົນງານເສດຖະກິດສັງຄົມຂອງນະຄອນ ໂຮ່ຈີມິນ ດ້ວຍການສູ້ຊົນຢ່າງລຽນຕິດ ແລະ ບັນລຸໄດ້ໝາກຜົນຮອບດ້ານພໍສົມຄວນ, ເປັນຕົ້ນແມ່ນນັບແຕ່ເມື່ອປະຕິບັດມະຕິ. ທ່ານນາຍົກລັດຖະມົນຕີຖືວ່າ: ນະຄອນ ໂຮ່ຈີມິນ ຄວນສືບຕໍ່ຄົ້ນຄວ້າ, ປ່ຽນແປງໃໝ່ບັນດາກົນໄກນະໂຍບາຍພິເສດສະເພາະໃຫ້ນະຄອນ, ໂດຍສະເພາະແມ່ນນະຄອນ ໂຮ່ຈີມິນ ກັບທົ່ວປະເທດ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້ມີການພົວພັນຢ່າງແໜ້ນແຟ້ນ, ສ້າງພື້ນຖານໃຫ້ ນະຄອນ ໂຮ່ຈີມິນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.