ທ່ານ ຢາງແຊວຝື, ລັດຖະມົນຕີ, ຫົວຫນ້າຄະນະກຳມະການ
ຊົນເຜົ່າ
ພາບ:http://vneconomy.vn
|
(vovworld)-ຕອນບ່າຍວັນທີ 13/3, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານ ຢາງແຊວຝື, ລັດຖະມົນຕີ, ຫົວຫນ້າຄະນະກຳມະການຊົນເຜົ່າ ກ່ຽວກັບບັນຫາປະຕິບັດໂຄງການພັດທະນາເສດຖະກິດສັງຄົມຂອງບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດຊົນເຜົ່າ ແລະ ເຂດພູດອຍ(ໂຄງການ 135), ແກ້ໄຂທີ່ດິນປຸກສ້າງເຮືອນ, ທີ່ດິນທຳການຜະລິດ.
ເມື່ອຕີລາຄາກ່ຽວກັບໝາກຜົນແຫ່ງການປະຕິບັດໂຄງການ 135 ໃນໄລຍະຜ່ານມາ, ລັດຖະມົນຕີ ຢາງແຊວຝື ຢືນຢັນ: ໂຄງການບັນລຸໄດ້ຜົນງານສຳຄັນຫລາຍຢ່າງຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ຈາກສາກົນ. ດ້ວຍຜົນງານນັ້ນ, ນາຍົກລັດຖະມົນຕີໄດ້ອະນຸມັດແກ່ຍາວການປະຕິບັດໂຄງການນີ້ຮອດປີ 2020. ພ້ອມກັບໂຄງການ 135, ຫວຽດນາມ ຍັງຜັນຂະຫຍາຍຫລາຍໂຄງການຈຸດໝາຍອື່ນ ເພື່ອຍູ້ໄວກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ທ່ານລັດຖະມົນຕີ ຢາງແຊວຝື ໃຫ້ຮູ້ວ່າ: “ມາດຕະການບຸກທະລຸນັ້ນແມ່ນ ຕ້ອງປ່ຽນແປງວິທີການສ້າງແຜນການ. ຕາມການຊີ້ນຳຂອງລັດຖະບານ ແລະ ໄລຍະຈະມາເຖິງ ຈະຍື່ນສະເຫນີສະພາແຫ່ງຊາດແຜນການໄລຍະກາງ ໄລຍະແຕ່ປີ 2016-2020. ພວກຂ້າພະເຈົ້າຈະສ້າງໂຄງການດັ່ງກ່າວເປັນໂຄງການຈຸດໝາຍແຫ່ງຊາດສະຫງວນສະເພາະໃຫ້ແກ່ເຂດຊົນເຜົ່າສ່ວນຫນ້ອຍ.”
ກ່ຽວກັບການຈັດສັນທີ່ດິນປຸກສ້າງເຮືອນ ແລະ ທຳການຜະລິດໃຫ້ແກ່ຊາວຊົນເຜົ່າ ແມ່ນບັນຫາສຳຄັນ. ປະຈຸບັນ ຫລາຍທ້ອງຖິ່ນ ທີ່ດິນບໍ່ມີຫລາຍປານໃດເພື່ອໃຫ້ປະຊາຊົນຜະລິດກະສິກຳ.
ທີ່ວາລະຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຕື້ອງເຖິງການສອນວິຊາຊີບໃຫ້ແກ່ຄົນງານເຂດຊົນເຜົ່າ, ກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ການຜະລິດ.
ກ່າວຄຳເຫັນສະຫລຸບວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເນັ້ນຫນັກເຖິງ 2 ຫນ້າທີ່ຕົ້ນຕໍ ສຳລັບຂົງເຂດຕຸລາການ. ກ່ຽວກັບວຽກງານຊົນເຜົ່າ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ສະເຫນີ ຄວນສຸມແຫລ່ງກຳລັງປະຕິບັດຫນ້າທີ່ເສດຖະກິດສັງຄົມຢູ່ເຂດຊົນເຜົ່າເຂດພູດອຍປີ 2015, ສຳຫວດກວດກາບັນດາໂຍບາຍເຂດຊົນເຜົ່າສ່ວນຫນ້ອຍ ພ້ອມກັບຈັດຕັ້ງຄືນຫລາຍໂຄງການຈຸດໝາຍເພື່ອໃຫ້ລັດຖະບານຍື່ນສະເຫນີຕໍ່ສະພາແຫ່ງຊາດໃນປີນີ້.