ສ້າງກາລະໂອກາດໃຫ້ຜູ້ທຸກຍາກ,ຜູ້ມີລາຍຮັບຕ່ຳໃຫ້ມີເຮືອນຢູ່
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຢ້ຽມຢາມເຂດຕົວເມືອງເຮືອນຢູ່ ດັ້ງຊາ, ເມືອງ ຢາເລີມ ຮ່າໂນ້ຍ
(vovworld) – ຕອນເຊົ້າວັນທີ 06/12 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມເຂດຕົວເມືອງເຮືອນຢູ່ ດັ້ງຊາ, ເມືອງ ຢາເລີມ ຮ່າໂນ້ຍ ເພື່ອຊອກຮູ້ສະພາບການ ຊີວິດຂອງປະຊາຊົນ ແລະ ເຮັດວຽກກັບອົງການກ່ຽວຂ້ອງກ່ຽວກັບຮູບແບບນີ້, ພາຍຫລັງເຂດຕົວເມືອງໄດ້ນຳເຂົ້າເຄື່ອນໄຫວໃນໄລຍະໜຶ່ງ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ການຜັນຂະຫຍາຍໂຄງການເຮືອນຢູ່ສັງຄົມ, ແມ່ນແຜນນະໂຍບາຍໃຫຍ່ຂອງພັກ ເພື່ອແນໃສ່ສ້າງເງື່ອນໄຂຜູ້ທີ່ມີລາຍຮັບຕ່ຳມີເງື່ອນໄຂເປັນເຈົ້າຂອງເຮືອນຢູ່. ໄລຍະຈະມາເຖິງ ລັດຖະບານຈະມານະພະຍາຍາມຜັນຂະຫຍາຍໃຫ້ກ້ວາງຂວາງກ່ວາບັນດາຮູບແບບເຮືອນຢູ່ສັງຄົມຄືຢູ່ເຂດຕົວເມືອງ ດັ້ງຊາ ເພື່ອສ້າງຫລາຍກາລະໂອກາດຕື່ມອີກໃຫ້ຜູ້ທຸກຍາກ, ຜູ້ມີລາຍຮັບຕ່ຳໄດ້ມີເຮືອນຢູ່ຢ່າງຖາວອນ ແລະ ຍົກສູງຊີວິດການເປັນຢູ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ: ນີ້ແມ່ນຮູບແບບທີ່ດີ ອາດຈະຍົກອອກທີ່ກອງປະຊຸມທົ່ວປະເທດກ່ຽວກັບເຮືອນຢູ່ສັງຄົມ ເຊິ່ງຈະໄດ້ຮັບການຈັດຕັ້ງໃນວັນທີ 07/12 ເພື່ອຈາກຮູບແບບນີ້ ຖອດຖອນໄດ້ບົດຮຽນ, ແຜ່ຂະຫຍາຍໃນທົ່ວປະເທດ.