ສ້າງກຳລັງພິທັກຮັກສາຫວຽດນາມ ທຽບເທົ່າກັບພາກພື້ນ

ສ້າງກຳລັງພິທັກຮັກສາຫວຽດນາມ ທຽບເທົ່າກັບພາກພື້ນ - ảnh 1
ທ່າ​ນປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ເຂົ້າຮ່ວມພິທີ​ສະ​ເຫຼີ​ມສະຫຼອງ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງພິທັກ​ຮັກສາຕຳຫຼວດ​ປະຊາຊົນຫວຽດນາມ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 21/02, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງພິທັກ​ຮັກສາຕຳຫຼວດ​ປະຊາຊົນ (16/02/1953 – 16/02/2013) ​ແລະ ພິທີຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ສະ​ເໜີ​ວ່າ ຕໍ່ໜ້າ​ສະພາບ​ການ​​ສາກົນ ​ແລະ ພາກ​ພື້ນພວມ​ສືບ​ຕໍ່​ມີ​ການຜັນ​ແປ່​ໄປ​ຢ່າງສັບ​ຊົນຫຼາຍ​ຢ່າງ, ການ​ເຄື່ອນ​​ໄວ​​ນາບ​ຂູ່​ເຖິງຄວາມ​ເປັນ​ເອກະລາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະພວມ​ເພີ່ມ​ຂຶ້ນ, ດັ່ງ​ນັ້ນກຳລັງພິທັກ​ຮັກສາຕຳຫຼວດ​ປະຊາຊົນຫວຽດນາມ ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ, ສືບ​ຕໍ​່ປະຕິບັດ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ​ແລະ ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ, ນັກຮົບ​ກ່ຽວ​ກັບ​ວຽກ​ງານ​ພິທັກ​ຮັກສາ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ ກຳລັງ​ພິທັກ​ຮັກສາ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ວິຊາ​ຊີບ, ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ຜົນງານ​ດ້ານເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ວຽກ​ງານ​ພິທັກ​ຮັກສາ; ຕ້ອງ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ກັບກຳລັງ​ປ້ອງ​ກັນ​ຄວາມສະຫງົບ, ກຳລັງ​ພິທັກ​ຮັກສາ​ຂອງບັນດາ​ປະ​ເທດ​ພັດທະນາ ​ແລະ ປະ​ເທດ​ທີ່​ມີ​ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ; ສ້າງ​ກຳລັງພິທັກ​ຮັກສາຕຳຫຼວດ​ປະຊາຊົນຫວຽດນາມ ​ໃຫ້ທຽບ​ເທົ່າ​ກັບກຳລັງພິທັກ​ຮັກສາຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ