ສ້າງຕັ້ງກົນໄກແລກປ່ຽນລະຫວ່າງບັນດາເອກອັກຄະລັດຖະທູດປະຈຳອາຊຽນຢ່າງເປັນທາງການ

ສ້າງຕັ້ງກົນໄກແລກປ່ຽນລະຫວ່າງບັນດາເອກອັກຄະລັດຖະທູດປະຈຳອາຊຽນຢ່າງເປັນທາງການ - ảnh 1
ກອງປະຊຸມ EAS ຄັ້ງທີ 10 ຢູ່ ມາເລເຊຍ

(vovworld) –ກອງ​ປະຊຸ​ມ ຄັ້ງ​ທີ 1 ລະຫວ່າງ​ເອກ​ອັກຄະ​ລັດຖະທູດ ປະຈຳ ອາ​ຊຽນ ຂອງ 18 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ​ຕ​າ​ເວັນ​ອອກ (EAS) ຖືກ​ຈັດ​ຂຶ້ນ​ຢູ່ ຈາ​ກາກ​ຕາ, ປະ​ເທດ ອີນ​​ໂດ​ເນ​ເຊຍ ​ໃນ​ວັນ​ທີ 8/4, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກຳມາ​ທິການ​ບັນດາ​ຜູ້ຕາງໜ້າ​ປະຈຳ ອາ​ຊຽນ (CPR) ​ແລ​ະ ​ເອກ​ອັກຄະ​ລັດຖະທູດ ປະຈຳ ອາ​ຊຽນ ຂອງ 8 ປະ​ເທດ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ EAS (ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ນິວຢີ​ແລນ, ສ. ​ເກົາຫຼີ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ). ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແຮ່​ວງນຳ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ມານະ​ພະຍາຍາມ​ຮັບປະກັນ​ກົນ​ໄກ​ແລກປ່ຽນ​ຂັ້ນ​ເອກ​ອັກຄະ​ລັດຖະທູ​ດ ປະຈຳ ອາ​ຊຽນ ​ເປັນ​ປະຈຳ​ເພື່ອ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ​ ​ແລະ ແທດ​ຈິງ. ​ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມ, ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ, ກົນ​​ໄກ​ນີ້​ຍັງ​ສາມ​າດ​ເຂົ້າ​ຮ່ວມ​ການ​ຮຽບຮຽງ​ບັນດາ​ເອກະສານ, ຖະ​ແຫຼ​ງການ​ຮ່ວມ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຮັບຮອງ​ເອົາ, ກໍ່​ຄື​ຜັນ​ຂະຫຍາຍ​ບົດບາດ​ແມ່ນ​ຊ່ອງ​ແລກ​ປ່ຽນ ​ແລະ ທາ​ບທາມ​ຄວາມ​ເຫັນ ​ແລະ ​ໃຫ້​ຄຳ​ປຶກສາ​ໂດ​ຍກົງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກົນ​ໄກ​ນີ້​ຈະ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ບັນດາ​ຫຼັກ​ການ​ຂອງ EAS ກັບ ອາ​ຊຽນ ສວມ​ບົດບາດນຳ​ພາ.


ຂ່າວ/ບົດ​ອື່ນ