ສ້າງຕັ້ງຄະນະກຳມະການປະສົມຮ່ວມມືເສດຖະກິດ-ລົງທຶນຫວຽດນາມ-ເມກຊີໂກ

ສ້າງຕັ້ງຄະນະກຳມະການປະສົມຮ່ວມມືເສດຖະກິດ-ລົງທຶນຫວຽດນາມ-ເມກຊີໂກ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 4/2, ຢູ່ Auckland, ປະ​ເທດ ນິວຊີ​ແລນ, ຢູ່​ນອກ​ພິທີ​​ເຊັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຫວູຮູຍຮ່ວາງ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​​ເມກ​ຊີ​​ໂກ Ildefonso Guajardo Vilareal ​ໄດ້​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ຂັ້ນ​ກະຊວງ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ເສດຖະກິດ​, ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ຫວຽດນາມ ​ແລະ ​​ເມກ​ຊີ​ໂກ. ຄະນະ​ກຳມະການ​ນີ້​ໂດຍ​ລັດຖະມົນ​ຕີ 2 ທ່ານ​ເປັນ​ປະທານ​ຮ່ວມ ​ແລະ ຈະ​ສ້າງ​ກົນ​ໄກ​ແລກປ່ຽນ, ກຳນົດ ​ແລະ ປະສານ​​ການ​ເຄື່ອນ​ໄຫວຮ່ວມ​ມື​ຕ່າງໆລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

        ພາຍຫຼັງ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ມາ​ເປັນ​ເວລາ 40 ປີ, ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າ​ງ ຫວຽດນາມ ​ແລະ ​​ເມກ​ຊີ​ໂກ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຜົນງານ​ບໍ່​ທັນ​​ເທົ່າ​ທີ່​ຄວນ ​ແລະ ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ 2 ປະ​ເທດ. ດັ່ງ​ນັ້ນ, ​ເລື່ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ ​ແລະ ການ​ລົງທຶນ ຫວຽດນາມ - ​ເມກ​ຊີ​ໂກ ​ແມ່ນ​ກາລະ​ໂອ​ກາດ​ເພື່ອ​ກຳ​ແໜ້ນ​ຢ່າງ​ທັນ​ການ ​ແລະ ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ​ເຊິ່ງ 2 ປະ​ເທດ​ກໍ​ແມ່ນ​ສະມາ​ຊິກ ​ແລະ ຫາ​ກໍ່​ເຂົ້າ​ຮ່ວມ​ການລົງ​ນາມ​ຢ່າງມີ​ປະສິດທິ​ຜົນ.


ຂ່າວ/ບົດ​ອື່ນ