ສ້າງຕັ້ງສະພາແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ

ສ້າງຕັ້ງສະພາແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ  - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເປັນປະທານສະພາແຫ່ງຊາດກ່ຽວກັບການພັດທະນາ
ພາບ:TTXVN



(vovworld) -  ທ່ານ​ນາຍົກລັດຖະມົນຕີ ຫາ​ກໍ່​ປະກາດ​ໃຊ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດການ​ແກ້​ງ​ແຍ້​ງ. ອົງການ​ປະຈຳ​ຂອງ​ສະພາ​ນີ້ ​ແມ່ນ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມ. ​ສະພາ​ມີຫນ້າ​ທີ່​ເປັນເສນາ​ທິການ ​ແລະ ​​​ໃຫ້​ຄຳ​ປຶກສາ​ຊ່ວຍ​ລັດຖະບານ, ນາຍົກລັດຖະມົນຕີ ຊີ້​ນຳ​ການ​ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ, ນະ​ໂຍບາຍ, ບັນດາ​ໂຄງການ, ຫນ້າ​ທີ່ ​ແລະ ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດແກ້ງ​ແຍ້​ງ, ຕິດຕາມ​ກວດກາ, ຕີ​ລາຄາ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ ຕາມ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ. ພ້ອມ​ທັງ​ຊີ້​ນຳ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ຫວຽດນາມ ກັບ ສະຫະ​ປະຊາ​ຊາດ ​ແລະ ສາກົນ ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ທົດ​ສະ​ວັດ​ແຫ່ງ​ການ​ສຶກສາ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ສະຫະ​ປະຊາ​ຊາດ (​ໄລຍະ 2005 -2014), ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ.

ຂ່າວ/ບົດ​ອື່ນ