ສ້າງຕັ້ງສະໂມສອນທະນາຍຄວາມການຄ້າສາກົນຫວຽດນາມ
ທ່ານ ດຣ ໂດງ້ອກທິ້ງ ເບື້ອງຂວາພາບ
(ພາບ: BT)
(vovworld) – ຕອນເຊົ້າວັນທີ 07/12 ຢູ່ຮ່າໂນ້ຍ, ສະຫະພັນທະນາຍຄວາມ ຫວຽດນາມ ຈັດຕັ້ງການປະຊຸມຂ່າວ ກ່ຽວກັບກອງປະຊຸມໃຫຍ່ ສ້າງຕັ້ງສະໂມສອນທະນາຍຄວາມການຄ້າສາກົນ ຫວຽດນາມ (Vieetnam Bussiness Laywer Club - VBLC). ສະໂມສອນແມ່ນອົງການໜຶ່ງ ທີ່ຂຶ້ນກັບສະຫະພັນທະນາຍຄວາມ ຫວຽດນາມ. ທະນາຍຄວາມ ດຣ ໂດງ້ອກທິ້ງ ຮອງປະທານສະຫະພັນທະນາຍຄວາມ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຈະດຳເນີນ ໃນວັນທີ 11/12 ຢູ່ຮ່າໂນ້ຍ. ດ້ວຍນ້ຳໃຈ “ສາມັກຄີ - ເປັນລະບຽບ - ພູມປັນຍາ - ຮັກສາຄວາມຍຸດຕິທຳ”, ກອງປະຊຸມໃຫຍ່ຈະເລືອກຕັ້ງຄະນະຫົວໜ້າ; ປຶກສາຫາລື ແລະ ຮັບຮອງເອົາຂໍ້ກຳນົດໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະໂມສອນ, ໂຄງການດຳເນີນງານ ແລະ ໜ້າທີ່ຂອງສະໂມສອນ.
ສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມື, ແລກປ່ຽນຄວາມຮູ້ ແລະ ບົດຮຽນລະຫວ່າງບັນດາອົງການທີ່ເຮັດອາຊີບທະນາຍຄວາມ, ເປັນທະນາຍຄວາມ, ຊ່ຽວຊານດ້ານກົດໝາຍ ແລະ ກັບວິສາຫະກິດ, ສຳນັກງານ ແລະ ອົງການຈັດຕັ້ງພາຍໃນປະເທດ ແລະ ສາກົນ ກ່ຽວກັບດ້ານກົດ ໝາຍທີ່ກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.