ສ້າງບັນດານະຄອນຂຶ້ນກັບສູນກາງໃຫ້ກາຍເປັນເຂດປ້ອງກັນຢ່າງໝັ້ນຄົງ
ພົນໂທ ໂງຊວນຫຼິກ, ຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມ
(ພາບ: TTXVN)
(vovworld) - ວັນທີ 12/03, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມຕີລາຄາໝາກຜົນວຽກງານສົມທົບກັນໃນປີ 2013 ແລະ ຜັນຂະຫຍາຍການສົມທົບກັນກໍ່ສ້າງ, ນຳໃຊ້ເຂດປ້ອງກັນປີ 2014. ກ່າວຄຳເຫັນຊີ້ນຳກອງປະຊຸມ, ພົນໂທ ໂງຊວນຫຼິກ, ຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ: ການສ້າງບັນດາແຂວງ, ນະຄອນຂຶ້ນກັບສູນກາງໃຫ້ກາຍເປັນເຂດປ້ອງກັນຢ່າງໝັ້ນຄົງ ແມ່ນແຜນນະໂຍບາຍຍຸດທະສາດສຳຄັນຂອງພັກ ແລະ ລັດຫວຽດນາມ. ການສ້າງເຂດປ້ອງກັນແມ່ນໜ້າທີ່ຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ ແລະ ຂອງທັງລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນ. ພ້ອມກັບການເສີມຂະຫຍາຍບົດບາດຂອງແຕ່ລະກຳລັງ ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ, ເປັນເອກະພາບ ໂດຍສະເພາະແມ່ນລະຫວ່າງບັນດາອົງການ, ອົງການຈັດຕັ້ງຂັ້ນສູງກາງ ແລະ ທ້ອງຖິ່ນຕ່າງໆໃນການເປັນເສນາທິການ, ຊີ້ນຳ, ແນະນຳການກໍ່ສ້າງ ແລະ ນຳໃຊ້ເຂດປ້ອງກັນ.