ສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນທີ່ເຊື່ອມຈອດກັນ ແລະ ພັດທະນາແບບຍືນຍົງ

ສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນທີ່ເຊື່ອມຈອດກັນ ແລະ ພັດທະນາແບບຍືນຍົງ - ảnh 1
(ພາບ​ປະ​ກອບ)


(vovworld)- ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ພ​າກ​ພື້ນ, ຫວຽດ​ນາມ​ຍາມ​ໃດ​ກໍ​ເຂົ້າ​ຮ່ວມການ​ຮ່ວມ​ມື​ອາ​ຊຽນ​ດ້ວຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ຜ່ານ​ຂໍ້​ສະ​ເໜີ​ໃຫ້​ບຸ​ລິ​ມະ​ສິດ​ຮ​່ວມ​ມື ແລະ ປະ​ສານ​ສົມ​ທົບ​ບັນ​ດາ​ເນື້ອ​ໃນ, ການ​ກຳ​ນົດ​ທິດ​ຂອງ​ປະ​ຊາ​ຄົມ​ເຂົ້າ​ໃນ​ແຜນ​ການ, ໂຄງ​ການ​ແຫ່ງ​ຊາດ​ດ້ວຍ​ເປົ້າ​ໝາຍ​ລວມ​ສ້າງຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ທາບ​ທາມ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ແຜນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ​ອາ​ຊຽນ​ໄລ​ຍະ 2015-2025 ຊຶ່ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/10 ຢູ່​ຮ່າ​ໂນ້ຍ, ທ່ານນາງ ດາວ​ຮົ່ງ​ລານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

    “ ດ້​ວຍ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ , ມາ​ຮອດ​ຈຸດ​ເວ​ລານີ້, ຫວຽດ​ນາມ​ໄດ້​ສ້າງ​ແຜນ​ການ​ຂອງ ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ​ອາ​ຊຽນ. ເພາະ​ວ່າ ໃນ​ໄລ​ຍະ 10 ປີ​ທີ່​ຈະ​ມາ​ເຖິງ, ການ​ເຊື່ອມ​ໂຍງ​ແມ່ນ​ບັນ​ຫາ​ເປັນ​ຕາຍ​ສຳ​ລັບ​ທຸກໆ​ປະ​ເທດ​ໃນ​ກຸ່ມ​. ຖ້າ​ຫາກວັນ​ທີ 31/12 ທີ່​ຈະ​ມາ​ເຖິງນີ້, ປະ​ຊາ​ຄົມ​​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນນັ້ນ, ບັນ​ດາບັນ​ຫາທີ່​ກ່ຽວ​ຂ້ອງ​ເຖິງ​ແຮງ​ງານ, ສິ່ງ​ແວດ​ລ້ອມ, ເສດ​ຖະ​ກິດ​ຈະ​ປ່ຽນ​ແປງຫຼາຍ, ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ເຖິງ​ຫວຽດ​ນາມ​ເມື່ອ​ສ້າງ​ແຜນ​ການນີ້”

 

ຂ່າວ/ບົດ​ອື່ນ