(vovworld) – ບັນດາລັດຖະມົນຕີເສດຖະກິດຂອງ 10 ປະເທດສະມາຊິກອາຊຽນ ໄດ້ຈັດກອງປະຊຸມໃນວັນທີ 25/08, ຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ ເພື່ອປຶກສາຫລືບັນດາບັນຫາກ່ຽວຂ້ອງເຖິງການເຊື່ອມໂຍງດ້ານເສດຖະກິດ, ສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC) ແລະ ວິໄສທັດຫຼັງ AEC. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານາທິບໍດີມຽນມາ Thein Sein ຮຽກຮ້ອງໃຫ້ອາຊຽນ ປະຕິບັດບັນດາມາດຕະການທີ່ຍັງເຫຼືອເພື່ອຫັນ AEC ເປັນຕົວຈິງ ເຊິ່ງຄາດວ່າຈະໄດ້ຮັບການຜັນຂະຫຍາຍໃນປີ 2015. ຕາມແຜນການດຳເນີນງານ, ບັນດາລັດຖະມົນຕີເສດຖະກິດອາຊຽນ ຈະສຸມໃສ່ປຶກສາຫາລືກ່ຽວກັບການມອບສັນຍາແລກປ່ຽນສິນຄ້າອາຊຽນ ໃຫ້ບັນດາປະເທດດ້ອຍພັດທະນາກວ່າໃນກຸ່ມອາຊຽນຄື ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ, ເປີດກວ້າງພາສີອາກອນ ລົບລ້າງຮົ້ວປອດພາສີ, ສ້າງເງື່ອນໄຂສະດວກກ່ຽວກັບການແລກປ່ຽນຄ້າຂາຍຢູ່ອາຊຽນ.
ຄາດວ່າ, ວັນທີ 27/08, ບັນດາລັດຖະມົນຕີຈະດຳເນີນກອງປະຊຸມຄັ້ງທີ 2ຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ລະຫວ່າງ 10 ປະເທດອາຊຽນ ແລະ 6 ປະເທດຄູ່ຮ່ວມມື (ເຊິ່ງລວມມີ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອີນເດຍ, ອົດສຕາລີ ແລະ ນິວຊີແລນ) ເພື່ອປຶກສາຫາລືກ່ຽວກັບວິວັດການເຈລະຈາກ່ຽວຂ້ອງເຖິງຂໍ້ຕົກລົງທີ່ມີຂອບຂະໜາດໃຫຍ່ກວ່າລະຫວ່າງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືສັນຍາການຄ້າເສລີ.