ສ້າງມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ເປັນມະຫາວິທະຍາໄລ ກ້າວໜ້າ
(ພາບ: nguyentandung.org )
(vovworld)- ຕອນບ່າຍວັນທີ 1/11, ໄດ້ຈັດພິທີສະເຫຼີມສະຫຼອງ 115 ປີແຫ່າງວັນມູນເຊື້ອມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ (1898-2013) ແລະ ຕອນຮັບຫຼຽນໄຊໂຮ່ຈິມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນ ເຕິນຢຸງ ຮຽກຮ້ອງໃຫ້ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ ຕ້ອງຊາບຊືມມະຕິສູນກາງພັກເພື່ອສ້າງ ແລະ ຜັນຂະຫຍາຍບັນດາໂຄງການ, ແຜນການ ເພື່ອຍົກສູງຄຸນນະພາບການບຳລຸງສ້າງ, ເພີ່ມທະວີການຄົ້ນຄ້ວາ, ນຳໃຊ້ ແລະ ຖ່າຍຖອດວິທະຍາສາດເຕັກໂນໂລຊີ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີຫງວຽນ ເຕິນຢຸງ ຍັງຮຽກຮ້ອງໃຫ້ທາງໂຮງຮຽນ ຕ້ອງມີຄວາມເອົາໃຈໃສ່ຍົກສູງລະດັບວິຊາສະເພາະ, ວິຊາການ ແລະ ຄຸນສົມບັດຂອງຖັນແຖວພະນັກງານ, ຄູອາຈານ, ສູ້ຊົນເພີ່ມອັດຕາສ່ວນຄູອາຈານມີລະດັບຄວາມຮູ້ສູງ ແລະ ຖືນັກສຶກສາແມ່ນໃຈກາງໃນວຽກງານບຳລຸງສ້າງ. ເພີ່ມທະວີວຽກງານຮ່ວມມືກັບສາກົນເພື່ອຍາດແຍ່ງແຫຼ່ງກຳລັງ, ຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີກ້າວໜ້າ, ເປີດກ້ວາງບັນດາຮູບການຮ່ວມມືບຳລຸງສ້າງທີ່ມີຫຼາຍຮູບຫຼາຍແບບກັບບັນດາວິສາຫະກິດ, ຮັບປະກັນຄຸນນະພາບຂອງນັກສຶກສາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.